ຫຼິ້ນລະເບີດ ແລ້ວລືມສຽບສະລັກລະເບີດຄືນ‼ ເສຍຊີວິດ 4 ຄົນ

ຫຼິ້ນລະເບີດ ແລ້ວລືມສຽບສະລັກລະເບີດຄືນ‼ ເສຍຊີວິດ 4 ຄົນ

September 14, 2023 Off By FC

ຫຼິ້ນລະເບີດ ແລ້ວລືມສຽບສະລັກລະເບີດຄືນ‼ ເສຍຊີວິດ 4 ຄົນ.


ໃນວັນທີ 13 ກັນຍາ 2023 ເວລາປະມານ 19:00 ທີ່ຜ່ານມາ, ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ1 ເມືອງນ້ຳບາກ ແຂວງຫຼວງພະບາງ ທີ່ເຮືອນຂອງ ອາຈານສອນເພັດ ຄູສອນລະບຽບກິລາ ໄດ້ມີການຊຸມເຂົ້າກັບໝູ່ເພື່ອນ ແລະ ຍາດພີ່ນ້ອງໃນວົງລວມ 6 ຄົນ.


ເຫດເກີດຈາກ ອາຈານສອນເພັດ ໄດ້ເອົາລະເບີດອອກມາຫຼິ້ນແລ້ວຖອດສະລັກອອກ ແລະ ລືມສຽບສະລັກເຂົ້າ ເຮັດໃຫ້ເກີດລະເບີດຂຶ້ນ ເສຍຊີວິດຄາທີ່ 3 ຄົນ ນຳສົ່ງໂຮງໝໍແຂວງ ແລ້ວເສຍຊີວິດເພີ່ມອີກ 1 ຄົນ ແລະ ລວມຜູ້ເສຍຊີວິດແມ່ນ 4 ຄົນ ເຈັບສາຫັດ 2 ຄົນ.


ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດກັບເຫດການຄັ້ງນີ້ດ້ວຍ.