ແລກປ່ຽນນອກລະບົບ ຕວົະກັນຕໍ່ໜ້າຕໍ່ຕາ ໂອນເງິນໃຫ້ເສຍຫາຍ 700 ກວ່າລ້ານກີບ

ແລກປ່ຽນນອກລະບົບ ຕວົະກັນຕໍ່ໜ້າຕໍ່ຕາ ໂອນເງິນໃຫ້ເສຍຫາຍ 700 ກວ່າລ້ານກີບ

September 14, 2023 Off By FC

 

 

ຜູ້ເຄາະຮ້າຍໂພສເຕືອນໄພ ບອກວ່າ ໃນມຶ້ວັນທີ 11/09/2023 ທາງຂ້ອຍແລະນ້ອງສາວຂອງຂ້ອຍໄດ້ ໄປແລກປ່ຽນເງິນໂດລາ ກັບຍິງສາວຜູ້ນີ້ ເພື່ອຫວັງຈະນໍາເງິນໂດລາໄປຈ່າຍຄ່າລົດ ນັດກັນໄປແລກຢູ່ອາເມຊອນ ປຕທ ນາໄຊ ພໍໄປຮອດ2ຄົນນີ້. ’’ຜູ້ຍິງກັບຜູ້ຊາຍທີ່ຢູ່ໃນລົດ”. ກໍ່ຍ້າຍນັ່ງຄົນລະໂຕະ ນ້ອງສາວຂ້ອຍເຂົ້າໄປສອບຖາມເພື່ອແລກເງິນ ພໍລົມກັນແລ້ວລາວໄດ້ເອົາພາສປອດແລະບັດປະຈໍາໂຕຂອງລາວ ສະແດງໂຕພ້ອມກັບເລກບັນຊີທີ່ຕົງກັນແລະຕົງກັບຫນ້າຂອງລາວເລີຍ ລົມກັນປະມານ10ນາທີ ນ້ອງສາວຂ້ອຍກໍ່ໄດ້ໂອນເງິນໃຫ້ລາວ ລາວວ່າໂອນແລ້ວ 2ນາທີແມ່ນຈະໂອນເຂົ້າໃຫ້.

ບາດໂອນແລ້ວ ລາວພັດວ່າລາວໂອນເງິນໄປໃຫ້ອີກຜູ້ຫນຶ່ງ ແລ້ວຜູ້ທີລາວໂອນໄປນັ້ນຍັງບໍ່ໂອນເງິນໂດລາມາ ຜ່ານໄປ10ປາຍນາທີທາງຂ້ອຍແລະນ້ອງສາວຂອງຂ້ອຍເລີ່ມເອ໊ະໃຈແລ້ວວ່າອາດຈະຖືກຕົວະ ເພາະຕິດຕໍ່ຫາບຸກຄົນທີ່3 ຄົນທີລາວໂອນໄປບໍໄດ້ ເລີຍຕິດຕໍ່ຫາທະນາຄານຕິດຕໍ່ບໍ່ໄດ້ອີກ ພວກຂ້ອຍກະພາລາວໄປຫາຕໍາຫລວດທັນທີ.

ຕອນນິ້ຜູ້ຍິງຄົນນີ້ແມ່ນຢູ່ໃນການດູແລຂອງເຈົ້າຫນ້າທີ່ຕໍາຫລວດ ກອງບັນຊາການ ປກສ ນະຄອນຫລວງ ຫ້ອງຕໍາຫລວດຂ້າງນໍາພຸແຄມຂອງ ຫວັງທີ່ສຸດວ່າເຈົ້າຫນ້າທີ່ຂອງພວກເຮົາຈະສາມາດດໍາເນີນຄະດິກັບບຸກຄົນນີ້ແລະສາວໄປຮອດໄປເຖິງຂະບວນການຂອງມັນໃຫ້ໄດ້ ຂໍໃຫ້ເຄສຂອງຂ້ອຍກັບນ້ອງສາວຂອງຂ້ອຍເປັນເຄສສຸດທ້າຍ ແລະເປັນເຄສເຕືອນໄພໃຫ້ກັບຫລາຍໆຄົນເດີ ບໍ່ຄິດເລີຍວ່າ ໂອນກັນຕໍ່ຫນ້າຕໍ່ຕາແທ້ໆຍັງສາມາດຕົວະກັນໄດ້ ທຸກມື້ນີ້ເຂົ້າມາທຸກຮູບແບບແທ້ໆ
ຝາກແຊຣ໌ເພື່ອເຕືອນໄພໃຫ້ຫລາຍໆຄົນໄດ້ມີສະຕິນໍາກັນແນ່ເດິ