ມື້ເອົາກະບອກ ມື້ເລີກກະຂໍບອກເດີ້ ບໍ່ມີວັນຄົບຮອບປີທີ 4 ເທິ ຢູ່ນາ-ມ່ອມ ປະກາດຢ່າຮ້າງກັນແລ້ວ

ມື້ເອົາກະບອກ ມື້ເລີກກະຂໍບອກເດີ້ ບໍ່ມີວັນຄົບຮອບປີທີ 4 ເທິ ຢູ່ນາ-ມ່ອມ ປະກາດຢ່າຮ້າງກັນແລ້ວ

November 11, 2022 Off By FC

ເຫັນໂພສນີ້ແລ້ວ ບໍ່ຢາກໃຫ້ເປັນຈິງເລີຍ ກໍຕິດຕາມມາພັກໜຶ່ງສໍາລັບຄູ່ຮັກຢ່າງ ເທິ ຢູນາ ແລະ ສາວ ມ່ອມ ຄວາມຮັກຂອງສາວ ແລະ ບ່າວ ຜູ້ໄທ ໄທບ້ານດຽວກັນ ທີ່ໃນມື້ນີ້ຂອງ 3 ປີ ທີ່ແລ້ວ ເປັນວັນແຕ່ງດອງຄອງຮັກ ຮ່ອມຫົ່ມຜ້າລາຍຝືນດຽວ

ມາມື້ນີ້ປີນີ້ ທັງຄູ່ອອກມາໂພສ ແຍກກັນຢູ່ ຢ່າຮ້າງກັນ ໂດຍ ຍັງເຮັດໜ້າທີ່ຂອງ ພໍ່ກັບແມ່ໃຫ້ນ້ອງທາດາ ແລະ ນີ້ເປັນໂພສຂອງພວກເຂົາໂພສແບບດຽວກັນວ່າ

“ມື້ເອົາກະບອກ ມື້ເລີກກະຂໍບອກເດີ້ ເພື່ອຄວາມກະຈ່າງແຈ້ງແລະຊັດເຈນ 11/11/2019 ສະຫຼະໂສດ 11/11/2022 ໂສດ

ຮອດມື້ນີ້ພວກເຮົາສອງຜົວເມຍຕັດສິນໃຈຕົງກັນແລ້ວວ່າການຈົບກັນຄືທາງທີ່ເຮົາເລືອກ ຄວາມສຳພັນຂອງຜົວເມຍຂາດໄປແລ້ວ ແຕ່ຄວາມເປັນພໍ່ແລະເປັນແມ່ໃຫ້ທາດາບໍ່ມີມື້ຂາດ.

ມ່ອມກະຍັງເຮັດໜ້າທີ່ແມ່ດູແລລູກ ລຸງກະເຮັດໜ້າທີ່ພໍ່ທີ່ຊ່ວຍລ້ຽງລູກທາງດ້ານຄ່າໃຊ້ຈ່າຍແລະເວລາ ຍັງພາອ້າຍທາດາຂີ່ລົດເລາະທຸກມື້ທີ່ລຸງວ່າງຄືເກົ່າແລະລຸງຈະພະຍາຍາມເຮັດໜ້າທີ່ພໍ່ທີ່ດີ.

ສ່ວນລຸງກັບເມຍກະຍັງເວົ້າກັນຄືເກົ່າບໍ່ໄດ້ຜິດຫຼືຮ້າຍກັນຕັ້ງແຕ່ມື້ເອົາກັນຈົນຮອດມື້ທີ່ປະກັນເພາະການຈະປະຮ້າງກັນ

ບໍ່ຈຳເປັນຕ້ອງຖ້າໃຫ້ເຖິງຈຸດທີ່ຜິດກັນດ່າກັນຫຼືຕົບຕີກັນ ຖ້າຮອດຈຸດນັ້ນມັນຊິແນມໜ້າກັນບໍ່ຕິດ ຢູ່ນຳກັນແລ້ວບໍ່ມີຄວາມສຸກກະແຍກຍ້າຍນັ້ນຄືສິ່ງທີ່ເຮົາສອງຄົນໄດ້ເລືອກແລ້ວ
ບໍ່ມີຫຍັງຫຍຸ້ງຍາກຊັບຊ້ອນແລະບໍ່ມີຫຍັງຊີຣຽສ ພວກເຮົາຍັງຮັກແພງກັນດີ. ຂອບເຈີ”

ເຄົາລົບໃນການຕັດສິນໃຈຂອງທັງຄູ່ເດີ້
ຈາກ: Ther Una