ຄວາມພູມໃຈທີ່ສຸດ ທຸງຊາດລາວສູ່ເວທີສາກົນເວທີໂລກ ແພວາ ນັກກິລາຍິມນາສຕິກລາວ ຮ່ວມຊິງແຊ້ມໂລກ ຄັ້ງທຳອິດ

ຄວາມພູມໃຈທີ່ສຸດ ທຸງຊາດລາວສູ່ເວທີສາກົນເວທີໂລກ ແພວາ ນັກກິລາຍິມນາສຕິກລາວ ຮ່ວມຊິງແຊ້ມໂລກ ຄັ້ງທຳອິດ

August 29, 2023 Off By FC

ແພວາ ນັກກິລາຍິມນາສຕິກລາວ ຈົບອັນດັບທີ 77 ການເຂົ້າຮ່ວມຍິມນາສຕິກຊິງແຊ້ມໂລກ ຄັ້ງທຳອິດ!


ແພວາ ມິສາໂຕະ ພິລາພັນເດຊ ນັກກິລາຍິມນາສຕິກ ປະຫວັດສາດຄົນທຳອິດຂອງ ສປປ ລາວ ໄດ້ເປີດປະສົບການໃໝ່ ເຂົ້າຮ່ວມ ຍິມນາສຕິກ ປະເພດລີລາ ຊິງແຊ້ມໂລກ ຄັ້ງທຳອິດ ລາຍການ Rhythmic Gymnastics World Championships ຄັ້ງທີ 40 ໃນລະຫວ່າງວັນທີ 23–27 ສິງຫາ 2023 ທີ່ເມືອງບາເລັນເຊຍ ປະເທດສະເປນ (ແອັສປາຍ) ເຊິ່ງມີນັກກິລາ 232 ຄົນ ຈາກ 62 ປະເທດເຂົ້າຮ່ວມ.

.


ຜົນງານຂອງ ນ້ອງ ແພວາ ມິສາໂຕະ ພິລາພັນເດຊ ລວມທຸກອຸປະກອນ All round result ໄດ້ 71 ຄະແນນ ຈົບອັນດັບທີ 77 ຈາກທັງໝົດ 82 ຄົນເຂົ້າຮ່ວມ, ຄະແນນສະແດງລີລາກັບໝາກບານ (Ball) ໄດ້ 24.050 ຄະແນນ ອັນດັບ 74, ສະແດງປະກອບບ້ວງ (Hoops) ໄດ້ 22.300 ຄະແນນ ອັນດັບ 80, ສະແດງປະກອບໄມ້ຫລິ້ນມາຍາກົນ (Clubs) ໄດ້ 23.950 ຄະແນນ ອັນດັບ 75 ແລະ ສະແດງປະກອບຣິບບິນ (Ribbon) ໄດ້ ຄະແນນ 23.000 ອັນດັບ 72.

.

ການເຂົ້າຮ່ວມໃນເວທີຊິງແຊ້ມໂລກຄັ້ງທຳອິດຂອງ ນ້ອງ ແພວາ ຄັ້ງນີ້ ໄດ້ເພີ່ມປະສົບການໃໝ່ ສ້າງແຮງບັນດານໃຈທີ່ດີໃຫ້ນັກກິລາ ເພື່ອມຸ້ງໝັ້ນພັດທະນາຕົນເອງຕໍ່ໄປ, ດ້ວຍເງື່ອນໄຂ ແລະ ທ່າແຮງຂອງສະຫະພັນຍິມນາສຕິກແຫ່ງຊາດລາວ ຍາມໃດກໍໃຫ້ການສະໜັບສະໜູນນັກກິລາໄດ້ເຄື່ອນໄຫວຝຶກແອບແຂ່ງຂັນຢ່າງຕໍ່ເນື່ອງ ບວກກັບຄວາມເອົາໃຈໃສ່ຝຶກຝົນຕົນເອງຂອງນັກກິລາ ເຊື່ອວ່າ: ນ້ອງ ແພວາ ຈະກາຍເປັນນັກກິລາລະດັບແຖວໜ້າຂອງພາກພື້ນ ແລະ ສາກົນ ໃນອະນາຄົດ.