
“ຕະຫຼາດລາວ” ໄດ້ຮັບການຢັ້ງຢືນເປັນຕະຫຼາດມາດຕະຖານ
August 26, 2023ໜັງສືພິມ ເສດຖະກິດ-ການຄ້າ ລາຍງານ
ພິທີມອບ-ຮັບໃບຢັ້ງຢືນ ຕະຫຼາດມາດຕະຖານ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2023 ທີ່ຕະຫຼາດລາວ ພາຍໃຕ້ການເຂົ້າຮ່ວມ ແລະ ມອບໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ມີບັນດາແຂກຮັບເຊີີນທີ່ກ່ຽວຂ້ອງຫຼາຍພາກສ່ວນເຂົ້າຮ່ວມ.
ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອໍານວຍການຕະຫຼາດລາວ ໄດ້ກ່າວວ່າ: ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ເລີ່ມເປີດບໍລິການໃນເດືອນມັງກອນ 2022 ມີເນື້ອທີ່ທັງໝົດປະມານ 70.000 ຕາແມັດ; ເນື້ອທີ່ອາຄານປະມານ 25.000 ຕາແມັດ ປະກອບມີອາຄານຫ້ອງການບໍລິຫານ-ຈັດສັນຕະຫຼາດ; ອາຄານຕະຫຼາດແບ່ງເປັນໂຊນ; ອາຄານສາງເຢັນເພື່ອເກັບຮັກສາສິນຄ້າສົດ; ບັນດາຮ້ານຂາຍ; ເດີ່ນຈອດລົດ ທີ່ສາມາດບັນຈຸລົດໃຫຍ່ໄດ້ປະມານ 500 ຄັນ; ຈຸດຊັ່ງຜອງໂດຍການຕິດຕັ້ງຊິງກາງເພື່ອຄວາມໂປ່ງໃສ; ຫ້ອງນໍ້າບໍລິການ 2 ຈຸດ; ມີລະບົບລະບາຍນໍ້າເສຍ; ລະບົບໄຟຟ້າສ້າງແສງສະຫວ່າງພຽງພໍ; ລະບົບປ້ອງກັນອັກຄີໄພ-ນໍ້າປະປາ ແລະ ມີໂຮງເກັບມ້ຽນ-ຄັດແຍກຂີ້ເຫຍື້ອ.
ທ່ານ ຜູ້ອໍານວຍການຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ຍັງໃຫ້ຮູ້ວ່າ: ດ້ານການປະກອບສ່ວນຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ວ່າດ້ວຍການສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ທາງຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ໄດ້ຈັດຕັ້ງທີມງານສົ່ງເສີມການຜະລິດໂດຍແບ່ງເປັນການສົ່ງ ເສີມການຜະລິດປຸງແຕ່ງ ແລະ ການຜະລິດກະສິກໍາ ເປັນສິນຄ້າ ຜູ້ຜະລິດທີ່ເປັນຄູ່ຄ້າກັບຕະຫຼາດລາວ ພວກເຮົາຈະມີການສະໜອງທຶນຮັບໃຊ້ການຜະລິດ, ເຕັກນິກວິຊາການ ແລະ ພ້ອມທັງຮັບຊື້ມາສະໜອງໃນຕະຫຼາດ ແລະ ຊ່ອງທາງການຕະຫຼາດອື່ນໆອີກ.
ໂອກາດດຽວກັນ ທ່ານ ບຸນເຖິງ ດວງສະຫວັນ ກໍໄດ້ກ່າວຊົມເຊີຍການຈັດຕັ້ງປະຕິບັດ ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ; ມີບົບການກໍ່ສ້າງທີ່ດີ ຕິດພັນກັບການບໍລິຫານທີ່ແທດເໝາະ ເຖິງໄດ້ຮັບຮອງເປັນຕະຫຼາດມາດຕະຖານ ພ້ອມເນັ້ນໃຫ້ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ສືບຕໍ່ຮັກສາມູນເຊື້ອພົ້ນເດັ່ນ ແລະ ພັດຕະນາບາງຈຸດທີ່ຍັງຄ້າງຕື່ມ ເພື່ອກາຍເປັນແບບຢ່າງໃຫ້ກັບຕະຫຼາດອື່ນໆຕໍ່ໄປ.
ໃນພິທີມອບ-ຮັບໃບຢັ້ງຢືນຄັ້ງນີ້ ຍັງມີການນໍາເອົາເຂົ້າຄັງແຮລາຄາແຊກແຊງຕະຫຼາດ(12.000 ກີບ/ກີໂລ) ໄປຈໍາໜ່າຍທີ່ຕະຫຼາດລາວນໍາອີກ ໂດຍຈະດໍາເນີນເປັນເວລາ 3 ວັນ (25-27 ສິງຫາ).