
ດີນ້າ ຜູ້ສ້າງຕໍານານ ໃນເວ MGI 2022 “ບໍ່ໄດ້ມົງ ແຕ່ໄດ້ວຽກ” ເດີ້ລູກສາວ (ມີຄຣິບ)
October 27, 2022ຈົບລົງໄປແລ້ວສໍາລັບການປະກວດ MISS GRAND INTERNATIONAL 2022 ໃນວັນທີ 25 ຕຸລາທີ່ຜ່ານມາ
ດີນ້າ ພຸດສະຫວັນ ວົງຄໍາຊາວ MISS GRAND Laos 2022 ບໍ່ສາມາດຜ່ານເຂົ້າຮອບ 20ຄົນ ແລະ ອາດຈະບໍ່ໄດ້ຮັບລາງວັນໄດ ແຕ່ຖືວ່າ ດີນ້າ ເຮັດດີສຸດໆ ເວົ້າຄໍາວ່າລາວໃຫ້ຊາວໂລກໄດ້ຮູ້ວ່າ ນີ້ຄືສາວລາວ
ແລະຈາກຄຣິບນີ້ ດີນ້າ ບອກວ່າ ດີໃຈກັບຄົນທີ່ໄດ້ມົງທຸກຄົນ, ກະເສຍລະເນາະທີ່ບໍ່ໄດ້ເຂົ້າທ໊ອບ 20 (ຍິ້ມ) ແຕ່ກະບໍ່ເປັນຫຍັງດີໃຈທີ່ໄດ້ເປັນສ່ວນໜຶ່ງ ຖືເປັນບາດກ້າວ, ຈຸດເລີ່ມຕົ້ນທີ່ດີ
ຫວັງວ່າຈະໄດ້ຮ່ວມກັບທາງກອງປະກວດ ເພາະບອສເວົ້າແລ້ວວ່າ ບໍ່ໄດ້ມົງ ແຕ່ໄດ້ວຽກເດີ້ ລູກສາວ
ດີນ້າກໍຫວັງວ່າຈະໄດ້ເຫັນດີນ້າ ໃນເວເຄື່ອນໄຫວວຽກກັບທາງກອງຕໍ່ໆໄປ…