
ວ່າແນວໃດສາຍສານຝັນ ພ້ອມສ່ຽງກັນຫຼືຍັງ ຈະເພີ່ມມື້ອອກຫວຍ ທຸກວັນຈັນ-ສຸກ ເລີຍ ພໍມີຫວັງເນາະ !
August 12, 2023ໃນວັນທີ 10 ສິງຫາ 2023 ທີ່ຜ່ານມາ ລັດວິສະຫະກິດຫວຍພັດທະນາ ປະກາດວ່າ ລາວເຮົາຈະເພີ່ມມື້ອອກຫວຍ ແລະ ເພີ່ມຜະລິດຕະພັນຫວຍອອກຕື່ມ
ໃຫ້ເຫດຜົນວ່າ: ເພີ່ມມື້ອອກຫວຍ ຍ້ອນບາງປະເທດອ້ອມຂ້າງມີການອອກເລກລາງວັນທຸກໆມື້ ເຊິ່ງເຮັດໃຫ້ກຸ່ມຄົນຈຳນວນໜຶ່ງ ສວຍໂອກາດນຳເອົາຜົນການອອກຫວຍຂອງຕ່າງປະເທດມາຊື້-ຂາຍຫວຍນອກລະບົບ ເຊິ່ງບໍ່ໄດ້ຮັບອະນຸຍາດຕາມລະບຽບ-ກົດໝາຍ.
ດັ່ງນັ້ນ, ລັດວິສະຫະກິດຫວຍພັດທະນາ ຈາກທີ່ໄດ້ອອກຫວຍໃນທຸກໆວັນຈັນ ວັນພຸດ ແລະ ວັນສຸກ ຈະໄດ້ມີການທົດລອງພິມ-ຈຳໜ່າຍຜະລິດຕະພັນຫວຍ 𝟏𝟐 ລາສີເພີ່ມ ແລະ ເພີ່ມມື້ອອກເລກລາງວັນເປັນອັນສະເພາະໃນທຸກໆວັນອັງຄານ ແລະ ວັນພະຫັດ.
—–
Cr.ກະຊວງການເງິນ