ດອນສະຫວັນ ໄຊມົນຕີ ຖືກແຕ່ງຕັ້ງເປັນ Mister International Laos 2023

ດອນສະຫວັນ ໄຊມົນຕີ ຖືກແຕ່ງຕັ້ງເປັນ Mister International Laos 2023

August 9, 2023 Off By FC

ສະແດງຄວາມຍິນດີກັບ ດອນສະຫວັນ ໄຊມົນຕີ ຖືກແຕ່ງຕັ້ງເປັນ Mister International Laos 203 Donesavanh Xaimonty

ສະແດງຄວາມຍິນດີກັບ ຕົວແທນໜຸ່ມລາວອີກຄົນທີ່ພ້ອມສົ່ງອອກ ໂດຍ ກອງປະກວດ Mister International Laos ປະກາດແຕ່ງຕັ້ງ ຫນຸ່ມ ‘ດອນສະຫວັນ ໄຊມົນຕີ’ ໜຶ່ງໜຸ່ມຫຼໍ່ທີ່ເຄີຍປະກວດໃນເວທີ Mister Global Laos 2021 ແລະ ໄດ້ຮັບລາງວັນພິເສດ Mister Friendship

ຫຼ້າສຸດ ໄດ້ຖືກແຕ່ງຕັ້ງເປັນ Mister International Laos 2023 ເພື່ອເປັນຕົວແທນໜຸ່ມລາວປະກວດ ໃນເວທີ Mister International ຄັ້ງທີ 15 ທີ່ແຂວງຊົນບຸລີ ປະເທດໄທ ເປັນເຈົ້າພາບ

.

ເລີ່ມ ຕັ້ງແຕ່ວັນທີ 08 ກັນຍາ ຈົນເຖິງ ຮອບຕັດສິນວັນທີ 18 ກັນຍານີ້ ຝາກທຸກຄົນຕິດຕາມການເຄື່ອນໄຫວ ຂອງ ໜຸ່ມ ດອນ ທາງເຟສບຸກ Donesavanh Xaimonty, ເພຈຫຼັກ Mister International Laos ແລະ ຕິດຕາມໄດ້ກັບພວກເຮົາ.