5 ອາຫານ ຍິ່ງກິນຍິ່ງມີເຖົ້າໄວ! ອ່ານເລີຍ

5 ອາຫານ ຍິ່ງກິນຍິ່ງມີເຖົ້າໄວ! ອ່ານເລີຍ

August 8, 2023 Off By FC

ທ່ານຮູ້ຫຼືບໍ່ວ່າ ອາຫານບາງຊະນິດ ອາດມີສ່ວນເຮັດໃຫ້ເກີດຮອຍຕີນກາເພີ່ມຂຶ້ນ ແລະ ຍັງເຮັດໃຫ້ຜິວຫນ້າເຮົາຫ່ຽວແຫ້ງບໍ່ກະຊັບແຖມຍັງບໍ່ສົດໃສ ຢ່າງເປັນທໍາມະຊາດອີກດ້ວຍ.
ມື້ນີ້ເຮົາລວມ 5 ອາຫານຕ້ອງຫ້າມ ຍິ່ງກິນຫຼາຍ ຍິ່ງມີໂອກາດເຖົ້າໄວຂຶ້ນ.

1. ເຄື່ອງດື່ມທີ່ມີທາດນໍ້າຕານສູງ
ການກິນອາຫານຫວານ ຫຼາຍເກີນໄປ ສົ່ງຜົນໃຫ້ລະດັບນໍ້າຕານໃນເລືອດຂຶ້ນສູງ ໂດຍໂມເລກຸນຂອງນໍ້າຕານ ສາມາດໄປຈັບເຂົ້າກັບຄໍລາເຈນ ເຮັດປະຕິກິຍາໃຫ້ຄໍລາເຈນສີຜິວເຊື່ອມສະພາບກ່ອນໄວອັນຄວນ ກໍ່ໃຫ້ສີຜິວ ບໍ່ສົດໃສ.
2. ອາຫານປີ້ງຈືນ
ເຊັ່ນ ໄກ່ຈືນ,ໝູຈືນ, ອາຫານທີ່ໃຊ້ນໍ້າມັນເກົ່າຈືນຫຼາຍເທື່ອເຫຼົ່ານີ້ອັນຕະລາຍຕໍ່ຜິວພັນ ແລະ ຄວາມອ່ອນໄວ ໃນໃບຫນ້າຂອງເຮົາເພາະອາຫານປະເພດນີ້ ຈະມີອະນຸມູນອິດສະລະເກີດຂຶ້ນໃນຂະບວນການຈືນ.
3. ໄຂມັນອີ່ມຕົວ

ໄຂມັນ trans ແລະ ໄຂມັນອີ່ມຕົວ ແມ່ນໄຂມັນທີ່ບໍ່ດີ ທີ່ເຂົ້າໄປໃນຈຸລັງຜິວຫນັງ ເຮັດໃຫ້ຜິວໜັງຂອງເຮົາໄດ້ຮັບສານອາຫານບໍ່ພຽງພໍ ແລະ ຍັງມີສ່ວນຮ່ວມໃນການກະຕຸ້ນ ອະນຸມູນອິດສະລະ ທີ່ເຮັດໃຫ້ເກີດຄວາມແກ່ເຖົ້າ ໂດຍສະເພາະໄຂມັນ trans ເຊັ່ນ ນ້ໍາມັນຈືນຊໍ້າໆ, ອາຫານຂົ້ວແມ່ນຖືວ່າເປັນໄຂມັນ trans. ແນວໃດກໍ່ຕາມ ອີກກຸ່ມຫນຶ່ງແມ່ນໄຂມັນອີ່ມຕົວ ເຊັ່ນ ໄຂມັນຈາກສັດ ແລະ ໄຂມັນຈາກພືດເຊັ່ນ: ນ້ຳມັນໝາກພ້າວ, ນ້ຳມັນປາມ, ນ້ຳໝາກພ້າວ ແລະ ໃນຊີ້ນທີ່ປຸງແຕ່ງເຊັ່ນ: ໄສ້ກອກ, ໝີ່, ເບຄອນ ແລະ ອື່ນໆ.

4. ເຄື່ອງດື່ມທີ່ມີທາດເຫຼົ້າ
ເຄື່ອງດື່ມທີ່ມີທາດເຫຼົ້າ ເມື່ອດື່ມແລ້ວເອົາມາໃຊ້ເປັນພະລັງງານບໍ່ໄດ້ ຮ່າງກາຍເກີດປະຕິກິລິຍາອອກ ຊິເດຊັ້ນ ເຮັດໃຫ້ເກີດອານຸມູນອິດສະລະຫຼາຍເກີນໄປ ຈຶ່ງເປັນສາເຫດເຮັດໃຫ້ເຖົ້າໄວ.
5. ອາຫານປົນເປື້ອນສານພິດ
ສານປົນເປື້ອນ ແລະ ເຊື້ອແບດທີເລຍ ໃນອາຫານທີ່ຂາຍຕາມເສັ້ນທາງ ບາງຮ້ານ ອາດບໍ່ຖືກຫລັກອານາໄມ ເປັນຈຸດກໍາເນີດຂອງອະນຸມູນອິດສະລະ ແລະເຮັດໃຫ້ ສຸຂະພາບບໍ່ແຂງແຮງ ສົ່ງຜົນຕໍ່ຜິວພັນໄດ້.

ທີ່ມາ: live and fit