
ຝົນຕົກນໍ້າຖ້ວມ ລູກຈະເກີດຕ້ອງແບບນີ້ເລີຍ ໃສ່ອັນຍົກຂ້າມນໍ້າ ເປັນຈັ່ງບຸນແມ່ ແລະ ລູກແທ້ໆ ປອດໄພດີ
August 7, 2023ເຫດການນີ້ເຫັນແລ້ວກໍອົດຫ່ວງບໍ່ໄດ້ ແຕ່ທຸກຢ່າງກໍຜ່ານໄປດ້ວຍດີ ໃນສະພາບທີ່ຝົນຕົກໜັກ ນໍ້າຖ້ວມສຸ ທາງຂາດ ຫຼາຍຄົນປະສົບໄພ ຍິ່ງຖ້າສົມມຸດວ່າເຮົາຈະເກີດລູກ ທາງກໍສັນຈອນຍາກ ທາງຂາດ ບອກເລີຍດ້ວຍວິທີໃດໃຫ້ໄປເຖິງໝໍໄດ້ ແມ່ນກໍເຮັດ ດັ່ງເຫດການທີ່ ເມືອງໄຊ ແຂວງ ອຸດົມໄຊ
ໂດຍຜູ້ໃຊ້ເຟດບຸກ สมจิด คำพูเวืยง ໄດ້ໂພສຄຣິບ ອູ້ມຫອມເອົາແມ່ທີ່ກໍາລັງຈະເກີດລູກ ເພື່ອໄປທໍາຄອດ ໃຫ້ກໍາເນີດຊີວິດໂຕນ້ອຍ ມາເຕີບເຕັມຄອບຄົວ ຫຼາຍຄົນເຂົ້າໄປແຫ່ຄອມເມັ້ນ ສະແດງຄວາມຄິດເຫັນຫຼາກຫຼາຍຢ່າງ ໂດຍສະເພາະກໍ່ ແບບໜ້າເປັນຫ່ວງ, ໃຫ້ກໍາລັງໃຈ ໃຫ້ຜ່ານໄປດ້ວຍດີ ປອດໄພທັງແມ່ ແລະ ລູກ
ຈາກຄຣິບທີ່ເຫັນແມ່ນໂຈ້ມອຸ້ມແມ່ຂຶ້ນອັນຍົກ ໃຊ້ລົດໃຫຍ່ຍົກຂຶ້ນເພື່ອຂ້າມນໍ້າ ໄປຍັງລົດ ເພື່ອໄປທໍາຄອດທີ່ໂຮງໝໍ ແຕ່ຖືວ່າບຸນຫຼາຍແຮງ ທັງແມ່ ແລະ ລູກປອດໄພ ເກີດງ່າຍ ໃສ່ລົດທີ່ພາໄປເລີຍ ກ່ອນຈະເຖິງໂຮງໝໍ
ແຄັບຊັ້ນເພິ່ນຂຽນໄວ້ “ກວ່າຊິໄດ້ມາຮອດໂຮງໝໍບໍ່ແມ່ນງ່າຍ ປອດໄພທັງແມ່ທັງລູກແລ້ວ ຂອບໃຈທຸກຄົນທີ່ຊ່ວຍເຫຼືອ” ດີໃຈນໍາເດີ້ໂຕນ້ອຍ ຕັ້ງຊື່ຫຍັງດີ