ຮ່ວມເປັນກຳລັງໃຈ ໃຫ້ທີມຊ່ວຍເຫຼືອ ອອກຊອກຄົ້ນຊວ່ຍເຫຼືອຜູ້ປະສົບໄພພິບັດຝົນຕົກດີນເຈື່ອນ ເຂດພູໄຮ່

ຮ່ວມເປັນກຳລັງໃຈ ໃຫ້ທີມຊ່ວຍເຫຼືອ ອອກຊອກຄົ້ນຊວ່ຍເຫຼືອຜູ້ປະສົບໄພພິບັດຝົນຕົກດີນເຈື່ອນ ເຂດພູໄຮ່

August 7, 2023 Off By FC

ຮ່ວມເປັນກຳລັງໃຈ “ວັນນີ້ 06 ສິງຫາ 2023, ທີມງານທະຫານກອງພັນ 617 ອອກຊອກຄົ້ນຊວ່ຍເຫຼືອຜູ້ປະສົບໄພພິບັດຝົນຕົກດີນເຈື່ອນ ເຂດພູໄຮ່ ເມືອງຄູນຄໍາ ແຂວງຄໍາມ່ວນ, ໂດຍຍັງບໍ່ສາມາດສະຫຼຸບໄດ້ວ່າຄົນຫາຍຈັກຄົນ ແລະ ບາດເຈັບເສຍຊີວິດຈັກຄົນ (ທີ່ຊອກຄົ້ນບໍ່ທັນເຫັນ ແລະ ຈະໄດ້ສືບຕໍ່ພ້ອມລຸຍຕໍ່ສູ້ນຳກັນເນາະອ້າຍນ້ອງພວກເຮົາທັງໝົດ 30 ຄົນຈາກກອງພັນ 617 ຮ່ວມສູ້ໆໄປນໍາກັນ)”.
ເຈົ້າເມືອງຄູນຄຳ ແຂວງຄຳມ່ວນ ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 06 ສິງຫາ 2023 ນີ້ວ່າ:

(ໜື່ງ). ຕໍ່ກັບສະພາບ ດິນເຈື່ອນຖົມທາງ 8A ມາຮອດວັນທີ 06 ສິງຫາ 2023 ນີ້, ກຳລັງ ປກຊ-ປກສ ຈາກເມືອງຄູນຄຳ, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ ໄດ້ສືບຕໍ່ຄົ້ນຫາ ແລະ ໃຫ້ການຊ່ວຍເຫລືອຜູ້ທີ່ຕິດຄ້າງເຂດດິນເຊາະເຈື່ອນຢູ່ຈຸດພູໄຮ ແຕ່ເຂດປ້ອມທະຫານ (ເທິງພູໄຮ) ຫາເຂດໜອງກອກ, ເມືອງຄຳເກີດ ແຂວງບໍລິຄຳໄຊ ຈຳນວນ 04 ຈຸດ ເຊິ່ງໄດ້ພົບເຫັນລົດຕົກຄ້າງທັງໝົດ 110 ຄັນ:
1. ໃນນັ້ນ, ລົດບັນທຸກ 95 ຄັນ, ລົດກະບະ 13 ຄັນ, ລົດເມ 01 ຄັນ, ລົດຈົກ 01 ຄັນ (ຕົກເຫວ 05 ຄັນມີ: ລົດບັນທຸກ 03 ຄັນ, ລົດກະບະ 01 ຄັນ, ລົດເມ 01 ຄັນ);
2. ພົບຜູ້ຕົກຄ້າງຢູ່ຈຸດຫ່າງຈາກ ປ້ອມທະຫານ(ເທີງພູໄຮ) ປະມານ 1,5 ກິໂລແມັດ ມີ 04 ຄົນ, ເປັນໂຊເຟີລົດບັນທຸກ (ຄົນຫວຽດນາມ) ແລະ ໄດ້ນຳສົ່ງລົງສູ່ເຂດປອດໄພແລ້ວ;
3. ໃນຂະນະທີ່ ຈຸດທີ 01 ມີຄົນຕົກຄ້າງ 25 ຄົນ, ຍິງ 03 ຄົນ, ເດັກນ້ອຍ 05 ຄົນ;

4. ຈຸດທີ 02 ມີ 43 ຄົນ, ປັດຈຸບັນ ສາມາດນຳເອົາຄົນທີ່ຕິດຄ້າງ ລົງມາຢູ່ສູນເມືອງ ດ້ວຍຄວາມປອດໄພແລ້ວ, ແຕ່ຍັງມີຜູ້ສູນຫາຍ (ຄົນຫວຽດນາມ) ຈໍານວນ 01 ຄົນ, ໂຊເຟີລົດ ບໍລິສັດແຮ້ງເຊີນ, ບ້ານດຶກທຸຍ, ເມືອງດຶກທໍ່, ແຂວງຮ່າຕິ່ງ ສສຫວຽດນາມ ຍັງບໍ່ພົບເຫັນ.
(ສອງ). ສຳລັບເຫດການນ້ຳຖ້ວມ ມີຈຳນວນ 14 ບ້ານ ທີ່ໄດ້ຮັບຜົນກະທົບ:
1. ໃນນັ້ນ, ນໍ້າຖ້ວມໜັກ 09 ບ້ານ, ມີປະຊາຊົນໄດ້ຮັບຜົນກະທົບທັງໜົດ 12.767 ຄົນ, ຍິງ 6.320 ຄົນ, ມີ 2.575 ຫລັງຄາ, 2.812 ຄອບຄົວ;
2. ເນື້ອທີ່ນາປີ ຖືກນ້ຳຖ້ວມ 3.924 ເຮັກຕາ, ເນື້ອທີ່ສວນມັນຕົ້ນ 1.849 ເຮັກຕາ, ເນື້ອທີ່ສວນກ້ວຍຂອງບໍລິສັດຖັງຄາ 289 ເຮັກຕາ, ເນື້ອທີ່ປູກພືດຜັກຕ່າງໆ 10 ເຮັກຕາ, ( ຜົນເສຍຫາຍຍັງບໍ່ມີຂໍ້ມູນລະອຽດ);

3. ສັດລ້ຽງປະຊາຊົນສູນຫາຍທັງໝົດ 35.370 ໂຕ. ໃນນີ້, ມີຄວາຍ 3.032 ໂຕ, ງົວ 7.189 ໂຕ, ແບ້ 51 ໂຕ, ໝູ 102 ໂຕ, ເປັດ 6.405 ໂຕ, ໄກ່ 18.591 ໂຕ, ໜອງປາເສຍຫາຍ 284 ໜອງ, ປາ 237.300 ໂຕ.
(ສາມ). ປັດຈຸບັນ, ການຍົກຍ້າຍປະຊາຊົນແມ່ນປະຕິບັດໄດ້ປະມານ 70% ແລະ ຍັງປະຊາຊົນອີກຈຳນວນໜຶ່ງທີ່ຍັງມີຄວາມເປັນຫ່ວງຊັບສິນຂອງຕົນ, ຍັງອາໄສຢູ່ຕາມເຮືອນທີ່ມີຄວາມສູງ ທີ່ນໍ້າຍັງບໍ່ຂຶ້ນເຖິງ:
1. ລະຫວ່າງວັນທີ 27 ກໍລະກົດ ຫາ 02 ສິງຫາ 2023 ເກີດມີຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຊາະເຈື່ອນທັບຖົມທາງ 8A ນັບແຕ່ພູໄຮ ບ້ານຄູນຄຳ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ (ກິໂລແມັດທີ 46-65);

2. ເປັນ 02 ເຫດການທີ່ສົ່ງຜົນກະທົບຕໍ່ປະຊາຊົນ, ວັດຖຸ, ຊັບສິນ, ເຮືອນຊານບ້ານຊ່ອງ, ພາຫະນະ, ເນື້ອທີ່ການຜະລິດ ຂອງປະຊາຊົນ ພາຍໃນເມືອງຄູນຄຳ ແລະ ເມືອງຄຳເກີດ ເປັນບໍລິເວນກວ້າງ;
3. ຕໍ່ກັບເຫດການດັ່ງກ່າວ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ເຮັດການຕອບໂຕ້ແກ້ໄຂສຸກເສີນເບື້ອງຕົ້ນ ໂດຍສົມທົບກັບທຸກພາກສ່ວນ ທັງພາຍໃນແຂວງຄຳມ່ວນ, ແຂວງບໍລິຄຳໄຊ ແລະ ສູນກາງ ເພື່ອຕິດຕາມໃຫ້ການຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຕະຫລອດ 24 ຊົ່ວໂມງ.
4. ມາຮອດວັນທີ 06 ສິງຫາ 2023 ນີ້, ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ, ທົ່ວເມືອງຄູນຄໍາໄຟຟ້າຖືກຕັດຂາດ. ຢ່າງໃດກໍຕາມ ເມືອງຄູນຄຳ ຍັງຕ້ອງການຄວາມຊ່ວຍເຫລືອຈາກສັງຄົມ ໃນຫລາຍດ້ານ ເປັນຕົ້ນ ດ້ານສະບຽງອາຫານ ກໍຄື ເຂົ້າສານ, ອາຫານແຫ້ງ, ນ້ຳ ແລະ ອື່ນໆ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກ ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ໃຫ້ທົ່ວເຖິງ.