
ຕ້ອງລະວັງໄວ້ເດີ້ ເຈົ້າໜ້າທີ່ກັກໂຕ ຜູ້ລັກຊັບ ລັກເງິນໃນພາຂວັນ 100 ກວ່າລ້ານ‼
August 6, 2023ກັກໂຕຜູ້ຖືກຫາ 1 ຄົນ, ຂໍ້ຫາລັກຊັບ‼ ໃນວັນທີ 31 ກໍລະກົດ 2023, ເວລາ 21:00 ໂມງ, ໄດ້ມີພົນລະເມືອງຢູ່ບ້ານໂພນໄຊເໜືອ ເມືອງຂວາ ແຂວງຜົ້ງສາລີ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ໃນເບື້ອງຕົ້ນວ່າ: ໃນເວລາປະມານ 15:00 ໂມງຂອງວັນດຽວກັນ ໄດ້ມີຄົນຮ້າຍມາລັກເອົາເງິນຢູ່ທີ່ຫ້ອງນອນຂອງຕົນເອງໃນຈຳນວນ 100 ກ່ວາລ້ານກີບ.
ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຂວາ ຈຶ່ງໄດ້ລົງກວດກາສະຖານທີ່ເກີດເຫດເຫັນວ່າມີມູນຄວາມຈິງແທ້. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງຕິດຕາມ ແລະ ຄັດຈ້ອນເປົ້າໝາຍລົງກວດກາ, ສືບຄົ້ນຫາພະຍານຫຼັກຖານ ແລະ ຂໍ້ມູນຢ່າງລະອຽດ ແລະ ຮອດເວລາປະ ມານ 10:00 ໂມງ ຂອງວັນທີ 1 ສິງຫາ 2023 ຈຶ່ງໄດ້ເຂົ້າຄຸມຕົວ ນາງ ດາວຄຳ ອາຍຸ 35 ປີ, ອາຊີບປະຊາຊົນ. ປັດຈຸບັນ, ຢູ່ບ້ານສະຫຼອງໄຊ ເມືອງຂວາ ແຂວງຜົ້ງສາລີ ມາສືບສວນ-ສອບສວນ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ນາງ ດາວຄຳ ຮັບສາລະ ພາບວ່າ: ໄດ້ລັກຊັບເເທ້, ເຊິ່ງໃນຕອນເຊົ້າຂອງວັນທີ 3 ສິງຫາ 2023, ນາງ ດາວຄຳ ໄດ້ໄປຕົບແຕ່ງພາຂັວນງານກິນດອງຂອງ ນາງ ປ໋ອກ (ຜູ້ເສຍ ຫາຍ) ແລະ ເວລາປະມານ 15:00 ໂມງຂອງວັນດຽວກັນ ຜູ້ກ່ຽວໄດ້ໄປເອົາໂຖດອກໄມ້ຢູ່ເຮືອນຜູ້ເສຍຫາຍ, ເພື່ອມາໄວ້ຢູ່ໜ້າງານ, ແຕ່ພໍໄປຮອດເຮືອນຜູ້ເສຍຫາຍ ນາງ ດາວຄຳ ເຫັນວ່າ ຢູ່ໃນເຮືອນດັ່ງກ່າວມີພຽງຜູ້ເຖົ້າ 2 ຄົນຢູ່ເຮືອນ.
ດັ່ງນັ້ນ, ຜູ້ກ່ຽວ ຈຶ່ງເຂົ້າໄປຫ້ອງນອນຂອງ ນາງ ປ໋ອກ (ຜູ້ເສຍຫາຍ) ແລະ ພົບເຫັນຖົງຢາງສີດຳວາງໄວ້ຢູ່ເທິງຜ້າເສື່ອ ແລະ ນຳຖົງດັ່ງກ່າວມາໄວ້ຢູ່ເຮືອນຂອງຕົນ ແລະ ມາຮອດເວລາປະມານ 9:00 ໂມງ ຂອງວັນທີ 1 ສິງ ຫາ 2023. ຜູ້ກ່ຽວໄດ້ນຳເອົາຖົງເງິນດັ່ງກ່າວ ເພື່ອໄປນັບຢູ່ສາງເຄື່ອງຂອງຜູ້ກ່ຽວທີ່ບ້ານນາຕູ່ນ ເມືອງຂວາ ແຂວງຜົ້ງສາລີ ແລະ ຖືກເຈົ້າໜ້າທີ່ ເຂົ້າກວດພົບເຫັນກ່ອນ.
ເຈົ້າໜ້າທີ່ ໃຫ້ຮູ້ອີກວ່າ: ສາມາດຢຶດຂອງກາງສະກຸນເງິນກີບຈຳນວນ 53.063.000 ກີບ, ເງິນບາດ 200 ບາດ, ເງິນຢ໋ວນ 330 ຢ໋ວນ, ເງິນໂດລາ 5 ໂດຣາ, ເງິນດົງ 40.000 ດົງ.
Cr.ກົດໝາຍລົງໂທດ