ວອນພາກສ່ວນກ່ຽວຂ້ອງແກ້ໄຂໃຫ້ແດ່ ເສັ້ນທາງສີໄຄ-ໜອງໜ້ຽວ-ໜອງແຕ່ງ ເປ່ເພໜັກ

ວອນພາກສ່ວນກ່ຽວຂ້ອງແກ້ໄຂໃຫ້ແດ່ ເສັ້ນທາງສີໄຄ-ໜອງໜ້ຽວ-ໜອງແຕ່ງ ເປ່ເພໜັກ

August 3, 2023 Off By FC

ວອນພາກສ່ວນກ່ຽວຂ້ອງແກ້ໄຂໃຫ້ແດ່ ປະຊາຊົນສ່ອງແສງ! ເສັ້ນທາງສີໄຄ-ໜອງໜ້ຽວ-ໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫລວງ ເປ່ເພໜັກ ໜ່ວຍງານທີ່ກ່ຽວຂ້ອງ ຄວນລົງກວດສອບແກ້ໄຂຕາມຄວາມເໝາສົມດ້ວຍ.
ວັນທີ 3 ສິງຫາ 2023 ນີ້, ປະຊາຊົນຜູ້ສັນຈອນໄປມາ ຕາມເສັ້ນທາງແຕ່ບ້ານສີໄຄ-ນາແຮ່-ນາເລົ່າ-ໜອງໜ້ຽວ-ໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ສ່ອງແສງວ່າ: ສະພາບເສັ້ນທາງເວລານີ້ ເປ່ເພໜັກ ເປັນບວກຂຸມເລິກ ມີນ້ຳຖ້ວມອັ່ງຂັງຢູ່ ຂຸມເຮັດໃຫ້ການສັນຈອນໄປມາຫຍຸ້ງຍາກ ແລະ ສ່ຽງເກີດອຸບັດຕິເຫດສູງ.

ເຊິ່ງເສັ້ນທາງດັ່ງກ່າວໃນໄລຍະຜ່ານມາແມ່ນເກີດມີການເປ່ເພ ແລະ ພາກສ່ວນກ່ຽວຂ້ອງກໍໄດ້ລົງໄປແກ້ໄຂສະເພາະໜ້າແລ້ວໂດຍການເອົາດິນໄປຖົມ ແລະ ເກດກວາດ. ແຕ່ເນື່ອງຈາກເກີດມີຝົນຕົກຕິດຕໍ່ກັນຫລາຍວັນຜ່ານມາ ເຮັດໃຫ້ເສັ້ນທາງດັ່ງກ່າວເກີດເປັນບວກເປັນຂຸມເລິກ ເປ່ເພໜັກຄືເກົ່າ.

ດັ່ງນັ້ນຈຶ່ງສະເໜີໃຫ້ໜ່ວຍງານທີ່ກ່ຽວຂ້ອງລົງກວດສອບແກ້ໄຂຕາມຄວາມເໝາສົມດ້ວຍ ເພື່ອຫລີກລ່ຽງການເກີດອຸບັດຕິເຫດ.
ພາບ: Nu Lorvixay