
ສຳປະທານແຫຼ່ງທ່ອງທ່ຽວ ທົ່ງໄຫຫີນ ຖ້າຕິດຕາມຕອນຕໍ່ໄປ
August 3, 2023ທົ່ງໄຫຫີນ ເວົ້າໄດ້ວ່າເປັນມໍລະດົກທາງປະຫວັດສາດຂອງປະເທດເຮົາ ເມື່ອມີຂ່າວການສຶກສາສຳຫຼວດ ເພື່ອສຳປະທານຂອງເອກະຊົນ ຈຶ່ງເຮັດໃຫ້ຂ່າວນີ້ເປັນທີ່ສົນໃຈພໍສົມຄວນຈາກສັງຄົມ ໂດຍສະເພາະແມ່ນບັນດານັກຮຽນຮູ້ປັນຍາຊົນທັງຫຼາຍເພາະມີຄວາມຫວງແຫນ ແລະ ເປັນຫ່ວງເປັນໃຍເຖິງພາບຂອງທົ່ງໄຫຫີນຢ້ານຈະພິກປ່ຽນໄປ ນັ້ນບໍ່ແມ່ນເລື່ອງແປກ ທັ້ງນີ້ກໍ່ຍ້ອນຂ່າວທີ່ບັນດາສື່ໄດ້ລາຍງານໄປບ່ໍທັນໄດ້ລະບຸຊັດເຈນກ່ຽວກັບເນື້ອໃນໃຈຄວາມທີ່ຈະສຶກສາ ກວມເອົາສ່ວນໃດແດ່.
ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດຊີເອັນພີ ການຄ້າ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ຄວາມຈິງແລ້ວທົ່ງໄຫຫີນໃນຮູບແບບເດີມກໍ່ມີວິວທິວທັດທີ່ສວຍງາມຢູ່ ແຕ່ແນ່ນອນເພື່ອເປັນການພັດທະນາແຂວງຊຽງຂວາງ ໂດຍສະເພາະ ສະຖານທີ່ແຫຼ່ງທ່ອງທ່ຽວທົ່ງໄຫຫີນ ໃຫ້ມີບັນຍາກາດຄຶກຄື້ນ ແລະ ດຶງດູດນັກທ່ອງທ່ຽວຫຼາຍຂຶ້ນຄວນຕ້ອງມີການປັບປຸງໃນບາງສ່ວນໃຫ້ສວຍງາມຂຶ້ນ ດັ່ງນັ້ນ, ທາງບໍລິສັດ ຊີເອັນພີ ການຄ້າ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ເຫັນຄວາມສຳຄັນຄືດັ່ງກ່າວ ຈິ່ງໄດ້ເຂົ້າມາສຶກສາປູກຕົ້ນດອກຄາຍປ່າ ໃສ່ບໍລິເວນອ້ອມ ກໍ່ຄືເຂດນອກສະຖານທີ່ທ່ອງທ່ຽວທົ່ງໄຫຫີນຄາດວ່າຈະປູກທັງໝົດຈຳນວນ 1.000 ຕົ້ນ.
ດ້ວຍເຫດນີ້ໃນວັນທີ 20 ກໍລະກົດ ຜ່ານມາ ແຂວງຊຽງຂວາງຈຶ່ງໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການສຶກສາ ສຳຫຼວດຄວາມເປັນໄປໄດ້ ໃນການລົງທຶນເຊົ່າ-ສຳປະທານ ແຫຼ່ງທ່ອງທ່ຽວໄຫຫີນໃນເຂດ2 ເຂດ3 ຢູ່ທົ່ງໄຫຫີນ ບ້ານອ່າງ,ບ້ານນາໂອ ເມືອງແປກ ແລະ ທົ່ງໄຫຫີນ 2,3 ຢູ່ບ້ານນາໂຄ ແລະ ບ້ານຊຽງດີ ເມືອງຜາໄຊ ແຂວງຊຽງຂວາງ ລະຫວ່າງ ອົງການປົກຄອງແຂວງ ຕາງໜ້າ ເຊັ່ນ ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດຊີເອັນພີ ການຄ້າ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ໂດຍໃຫ້ກຽດເຂົ້າຮ່ວມ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະຮັບຜິດຊອບພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີ່ມາ: ຂ່າວເສດຖະກິດ-ການຄ້າ