
6 ວິທີເກັບອອມງ່າຍໆ ອອມເງິນກໍໄດ້ ສະສົມຄໍາກໍດີ
August 2, 20236 ວິທີເກັບອອມງ່າຍໆ ອອມເງິນກໍໄດ້ ຫຼື ຊື້ຄໍາສະສມກໍດີ
1 ຕັ້ງເປົ້າໝາຍໃນການເກັບເງິນໃຫ້ຊັດເຈນ
ຕັ້ງເປົ້າໝາຍໄວ້ແລ້ວໄປໃຫ້ຮອດເຊັ່ນ: ເປົ້າໝາຍທີ່ເຮົາຕັ້ງອາດຈະເປັນການໄປທ່ຽວຕ່າງແຂວງ ຫຼື ອາດຈະຊື້ໂທລະສັບໜ່ວຍໃໝ່ ຫຼື ອອມຄໍາໃຫ້ຮອດ1 ບາດຫຍັງປະມານນີ້ ທີ່ເຮັດໃຫ້ເຮົາມີເປົ້າໝາຍທາງການເກັບເງິນ ເຮົາຈະຕ້ອງຕັັ້ງເປົ້າໝາຍຂອງເຮົາໃຫ້ຊັດເຈນ ນອກຈາກມັນຈະເປັນແຮງຈູງໃຈແລ້ວ ບາງເທື່ອເລື່ອງເຫຼົ່ານີ້ຈະເປັນກຳລັງໃຈໃຫ້ເຮົາເກັບເງີນ ຫຼື ອອມຄໍາ
ຂໍ້ດີ: ມີແຮງບັນດານໃຈໃນການເກັບເງີນ
ຂໍ້ເສຍ: ສາມາດຢືມເງີນທີ່ເກັບອອກໄປໃຊ້ໄດ້ງ່າຍໆ
.
2. ເກັບເງິນໃສ່ອຸປະກອນທີ່ຢາກໃນການແກະອອກມາໃຊ້ຈ່າຍ
ມີໃຜເປັນຄືກັນບໍ່ທີ່ມັກຢີມເງີນເກັບມາໃຊ້ ປະມານວ່າຢືມກ່ອນແລ້ວຄ່ອຍຄືນ ລອງປ່ຽນວິທີລອງຫາກະປຸກທີ່ເປີດຍາກໆ ໂດຍເລືອກກະປຸກຂະໜາດໃຫຍ່ ເພື່ອທີ່ຈະສາມາດຫຍອດເງິນໄດ້ຕະຫຼອດປີ ແຕ່ວິທີນີ້ກໍມີຂໍ້ດີຂໍ້ເສຍທີ່ແຕກຕ່າງກັນອອກໄປເຮົາໄປເບິ່ງດີກວ່າວ່າມີຂໍ້ດີ ຂໍ້ເສຍຫຍັງແນ່
ຂໍ້ດີ: ສາມາດບັງຄັບໂຕເອງບໍ່ໃຫ້ຢືມເງີນເກັບມາໃຊ້ໄດ້ດີຂຶ້ນ
ຂໍ້ເສຍ: ຖ້າຈຳເປັນຕ້ອງໃຊ້ເງີນຈະຕ້ອງທຸບກະປຸກເທົ່ານັ້ນ
.
3. ແບ່ງເງິນອອກ 10% ເກັບໄວ້ກ່ອນຈະໃຊ້ຈ່າຍ
ແບ່ງເງິນອອມໄວ້ 10% ຈາກເງິນເດືອນຖ້າວ່າທ່ານມີເງິນເດືອນ 2,000,000 ກີບ ໃຫ້ແບ່ງເກັບໄວ້ກ່ອນເລີຍ 200,000ອກີບຄື 10% ເມື່ອຄົບ1ປີເທົ່າກັບວ່າເຮົາຈະມີເງິນເກັບເຖິງ 2,4000,000 ກີບ
ຂໍ້ດີ: ເກັບເງິນໄດ້ແທ້ທຸກເດືອນ ແລະ ເມື່ອແບ່ງໄວ້ແລ້ວຈະບໍ່ກະທົບກັບຄ່າໃຊ້ຈ່າຍສ່ວນອື່ນ ເຮັດໃຫ້ສາມາດເກັບເງິນໄດ້ງ່າຍ ແລະ ສາມາດເຮັດໄດ້ແທ້
ຂໍ້ເສຍ: ຄົົນທີ່ມີລາຍຮັບແຕ່ລະເດືອນບໍ່ເທົ່າກັນອາດຈະບໍ່ເໝາະໃຊ້ວິທີເກັບເງິນແບບນີ້ ເພາະຕ້ອງໄດ້ປັບສັດສ່ວນເງິນເກັບໃຫ້ມີເງິນໃຊ້ຈ່າຍພຽງພໍ
4. ແບ່ງສັດສ່ວນເງິນໃຫ້ຊັດເຈນ
ສູດການອອມເງິນຄື ຂໍ້ທໍາອິດກໍຄືການແບ່ງສັດສ່ວນຂອງເງິນຕັ້ງແຕ່ທໍາອິດທີ່ໄດ້ເງິນມາ ຂໍ້ດີຂອງເທັກນິກການແບ່ງສັດສ່ວນຂອງເງິນໃຫ້ຊັດເຈນນັ້ນຄືຊ່ວຍໃຫ້ເຮົາສາມາດບໍລິຫານເງິນໄດ້ງ່າຍຂື້ນ ເພາະຮູ້ວ່າເງິນທີ່ມີນັ້ນຈະຕ້ອງນຳໄປໃຊ້ຈ່າຍໃນສ່ວນໃດແນ່ ແລະ ມີສ່ວນໃດທີ່ເຫຼືອເກັບ ຫຼາຍໆຄົນໃຊ້ເທັກນິກການອອມເງິນແບບນີ້ໃນການເລີ່ມເກັບເງິນງ່າຍໆ ແລະໄດ້ຜົນມາແລ້ວ
ສູດແບ່ງສັດສ່ວນທີ່ຖືກນິຍົມໃຊ້ກັນຄື “50-30-20” ເຊິ່ງຈະແບ່ງອອກເປັນ “ຄ່າໃຊ້ຈ່າຍໃນປະຈຳວັນ-ຄ່າໃຊ້ຈ່າຍສ່ວນຕັວ – ເງີນສຳລັບເກັບອອມ”
.
5. ສະສົມຄໍາແທ່ງ KPV Gold
ສະສົມຄໍາແທ່ງນ້ອຍ KPV Gold ເປັນການລົງໃນຮູບແບບໃໝ່ ສຳລັບນັກລົງທຶນທີ່ມັກຊັບສິນປະເພດຄໍາ ປະຈຸບັນການສະສົມ ຄໍາແທ່ງ ກຳລັງເປັນທີ່ນິຍົມສຳລັບຄົົນທີ່ມີງົບນ້ອຍ ເນື່ອງຈາກສາມາດຄ່ອຍໆຊື້ເກັບສະສົມໄວ້ໄດ້ເລື່ອຍໆ ການສະສົມຄໍາແທ່ງ ມີຂໍ້ດີໃນເລື່ອງຂອງປະລິມານ ດ້ວຍຂະໜາດທີ່ນ້ອຍ ແລະພົກພາໄດ້ເຮັດໃຫ້ຄົນສາມາດ ຊື້ເກັບສະສົມໄວ້ຕະຫຼອດ ໃນລາຄາທີ່ຈັບຕ້ອງໄດ້.
6. ຊື້ຄໍາສະສົມອນລາຍຜ່ານແອັບ EASY Gold
ປ່ຽນມາຊື້ຄໍາສະສົມອອນລາຍກັບ EASY Gold ເລີ່ມຕົ້ນເກັບອອມໄດ້ຕ້ງແຕ່ 100.000 ກີບສະສົມໄດ້ຕະຫຼອດ 24 ຊົ່ວໂມງ ສະດວກສະບາຍສະສົມໄດ້ເທື່ອລະໜ້ອຍ ພ້ອມທັງເປັນການລົງທຶນໄປພາຍໃນໂຕ ແລະ ຍັງສາດມາດຂາຍຄືນໃນໃນຍາມຈໍາເປັນຕັ້ງໃຊ້ເງິນ ຫຼື ຖອນເປັນຄໍາໄດ້ຕັ້ງ 1 ຫຸນຂື້ນໄປ ເພື່ອໃຫ້ເປັນຂອງຂວັນ
ຂໍ້ດີຂອງການຊື້ຄໍາສະສົມແມ່ນຫຍັງ?
.
1. ສາມາດອອມໄດ້ຕະຫລອດ
2. ບໍ່ຈຳເປັນຕ້ອງມີເງິນກ້ອນ ກໍມີຄຳເປັນຂອງຕົວເອງໄດ້
3. ສາມາດຖອນອອກມາເປັນເງີນສົດ ຫລື ເປັນຄຳກໍໄດ້
4. ບໍ່ຕ້ອງກັງວົນເລື່ອງຄໍາເສຍເພາະເຮົາເກັບຮັກສາໃຫ້
5. ຊື້ງ່າຍ ຂາຍຄ່ອງ