ຮູ້ຈັກ!!! ຕອງເຫຼືອງຄົນປ່າເຜົ່າສຸດທ້າຍ ໃນລາວ ບໍ່ກິນເຂົ້າເປັນຫຼັກ ກິນຫົວມັນປ່າ!

ຮູ້ຈັກ!!! ຕອງເຫຼືອງຄົນປ່າເຜົ່າສຸດທ້າຍ ໃນລາວ ບໍ່ກິນເຂົ້າເປັນຫຼັກ ກິນຫົວມັນປ່າ!

August 2, 2023 Off By FC

ເຜົ່າຕອງເຫຼືອງ ຫຼື ເອີ້ນອີກຊື່ໜຶ່ງວ່າມາບຼີ ອາໄສຢູ່ໃນເຂດປ່າສະຫງວນນ້ຳປຸຍເມືອງພຽງແຂວງໄຊຍະບູລີ ປັດຈຸບັນເຫຼືອປະຊາກອນພຽງປະມານ20ຄົນເທົ່ານັ້ນ ພວກເຂົາເຈົ້າດຳລົງຊີບໂດຍການຂຸດເຜືອກຂຸດມັນແລະເກັບຂອງປ່າກິນເປັນອາຫານ(ປົກກະຕິແມ່ນບໍ່ໄດ້ກິນເຂົ້າ) ເມື່ອອາຫານຢູ່ບໍລິເວນນັ້ນຫມົດເຂົາເຈົ້າຈະຍ້າຍໄປບ່ອນໃຫມ່ເລື້ອຍໆໂດຍເລືອກສ້າງບ່ອນຢູ່ອາໄສໃກ້ໆກັບບ່ອນທີ່ມີແຫລ່ງນ້ຳ.

ຈຸດເດັ່ນຂອງເຜົ່ານີ້ແມ່ນຈະນຳໃບຕອງກ້ວຍປ່າແລະໃບຕອງຄໍ້ມາໃຊ້ມຸງຫລັງທີ່ພັກອາໄສ ເມື່ອໃບຕອງປ່ຽນເປັນສີເຫລືອງຈະຍ້າຍໄປສ້າງຢູ່ບ່ອນໃຫມ່ດ້ວຍເຫດຈຶ່ງຖືກເອີ້ນວ່າຊົນເຜົ່າຕອງເຫລືອງ ແຕ່ລະມື້ເຂົາເຈົ້າຈະແຕ່ງກັນອອກໄປຫາອາຫານສຳລັບຜູ້ໜຸ່ມແໜ້ນທີ່ຍັງມີແຮງ ສ່ວນຜູ້ເຖົ້າກັບເດັກນ້ອຍແມ່ນຖ້າຢູ່ຕູບ ສຳລັບອາຫານທີ່ເກັບມາໄດ້ນັ້ນແບ່ງປັນກັນກິນແລະສ່ວນຫນຶ່ງຈະນຳມາແລກສິ່ງຂອງ ກັບເອົາມາຂາຍໃນບ້ານຄົນ ເພື່ອແລກຊື້ເກືອຕ່າງໆກັບສູ່ບ່ອນຢູ່ໃນປ່າ.

ເຜົ່າຕອງເຫຼືອງໃນເມືອງພຽງ ແຂວງໄຊຍະບູລີ ໃນເມື່ອກ່ອນມີຫຼາຍພໍສົມຄວນ ແຕ່ຍ້ອນສະພາບແວດລ້ອມ ທາງທຳມະຊາດ ແລະ ສັງຄົມ ມີການປ່ຽນແປງ ຈຶ່ງຍັງເຫຼືອພຽງ 20 ຄົນເທົ່ານັ້ນໃນປະຈຸບັນ ຊຶ່ງພວກເຂົາເຫຼົ່ານັ້ນຍັງບໍ່ຮູ້ວ່າມີເຄົ້າເດີມມາແຕ່ໃສ ແຕ່ອີງຕາມການບອກເລົ່າ ຂອງປະຊາຊົນທ້ອງຖິ່ນບອກວ່າ ກຸ່ມຄົນເຫຼົ່ານີ້ໄດ້ຢູ່ມາດົນແລ້ວ ຄົນໃນບ້ານກໍ່ພົບເຫັນ ແລະມີການເລົ່າໃຫ້ຟັງລຸ້ນສູ່ລຸ້ນ.

ກຸ່ມຄົນປ່າເຫຼົ່ານີ້ ອາໄສຢູ່ຕາມທຳມະຊາດ ແລະຕິດພັນກັບທຳມະຊາດມາແຕ່ດົນນານ. ພວກເຂົາມັກຢູ່ຮ່ວມກັນເປັນຄອບຄົວ (ພໍ່-ແມ່-ລູກ) ແຕ່ບາງເທື່ອ ກໍ່ຢູ່ນຳກັນເປັນຈຸ ຫຼື ຫຼາຍຄອບຄົວຢູ່ນຳກັນ ໂດຍສະເພາະເຂດທີ່ມີສັດຮ້າຍມາລົບກວນ ກໍຈະຢູ່ນຳກັນຫຼາຍຄົນ.
ທີ່ຢູ່ອາໄສຂອງ ເຜົ່າຕອງເຫຼືອງ ແມ່ນບໍ່ເຮືອນ, ບໍ່ມີເຮືອນພັກອາໄສ ຄື ພວກເຂົາອາໄສຢູ່ກ້ອງພຸ່ມໄມ້, ເຄືອຫຍ້າ ຫຼື ເອົາໃບຕອງປົກພໍຊົ້ນນອນ ແລະ ເມື່ອໃບຕອງເຫຼືອງ ຫຼື ອາຫານຢູ່ບໍລິເວນນັ້ນໝົດ ກໍ່ຈະຍ້າຍບ່ອນຢູ່ໃໝ່ໄປເລື້ອຍໆ. ການຍົກຍ້າຍສ່ວນໃຫຍ່ ແມ່ນຍ້ອນອາຫານການກິນໝົດ ຫຼື ບໍ່ ກໍ່ຍ້ອນສັດປ່າ ມາອາລະວາດ.

ສຳລັບການກິນຢູ່ ພວກເຂົາບໍ່ໄດ້ກິນເຂົ້າເປັນຫຼັກ ແຕ່ຈະກິນຫົວມັນປ່າເປັນຕົ້ນຕໍ ນອກຈາກຫົວມັນປ່າ ກໍ່ຍັງມີ ຊີ້ນສັດປ່າ, ຍອດບຸ່ນ, ຍອດຕາວ, ໝາກໄມ້ຊະນິດຕ່າງໆ ເປັນອາຫານເພາະບໍ່ໄດ້ທຳການຜະລິດໃດໆ. ອາຫານທີ່ເຜົ່າຕອງເຫຼືອງກິນສ່ວນໃຫຍ່ ແມ່ນອາຫານດິບ ຫຼື ປິ້ງຈີ່ເປັນບາງຄັ້ງຄາວ ແລະ ບໍ່ໄດ້ປຸງຣົດໃດໆ.

ກ່ຽວກັບການນຸ່ງຖື ເມື່ອກ່ອນ ເຂົາເຈົ້າບໍ່ນຸ່ງເຄື່່ອງຄືຄົນທົ່ວໄປ ຄື ເອົາພຽງເປືອກໜ້ອງມາທັບໃຫ້ອ່ອນຄືກັບເປືອກໄມ້ ແລ້ວກໍ່ເອົາປິດແຕ່ອະໄວຍະວະເພດ. ແຕ່ປັດຈຸບັນ ພວກເຂົາກໍ່ນຸ່ງໂສ້ງ, ເສື້ອ ຄືຄົນທົ່ວໄປ ແຕ່ຂາດສ້ອຍ ແລະ ບໍ່ໄດ້ຊັກ ນອກຈາກວ່າ ໃຊ້ບໍ່ໄດ້ແລ້ວ ພວກເຂົາກໍຈະເອົາຖິ້ມ ເພາະພວກເຂົາບໍ່ສົນໃຈກັບເຄື່ອງນຸ່ງຫົ່ມພໍປານໃດ.

ໃນຍາມກາງຄືນ ບໍ່ວ່າລະດູໃດໆກໍຕາມ ພວກເຂົາຈະບໍ່ໃຊ້ຜ້າຫົ່ມ.ເມື່ອມີຄົນບໍ່ຄຸ້ນໜ້າໄປຫາ ຫຼື ເວລາພົບສັດຮ້າຍ ອື່ນໆ ຄົນເຜົ່າຕອງເຫຼືອງ ຈະສົ່ງສັນຍານບອກໃຫ້ກັນຮູ້ ດ້ວຍການກູກ ຫຼື ການເປົ່າໃບໄມ້ ເປັນສັນຍານລັບ ແລະ ເມື່ອປອດຈາກອັນຕະລາຍແລ້ວ ພວກເຂົາກໍ່ມີສັນຍານ ສົ່ງຫາກັນແບບໃໝ່ ພິເສດຕື່ມອີກ.

ແຕ່ເຖິງຢ່າງໃດກໍຕາມ, ການດຳລົງຊີວິດຂອງຄົນປ່າ ແມ່ນພົບຫຼາຍບັນຫາ ຄື ບາງຄັ້ງເອົາຊີວິດສ່ຽງ ເຊັ່ນ: ການຕັດຕົ້ນໄມ້, ຖືກບາດເຈັບ ແລະ ຖືກສັດມາທຳຮ້າຍ ເຊັ່ນ ເສືອ, ໝີ, ງູ ແລະ ອື່ນໆ. ມີບາງຄັ້ງ ແມ່ຍິງ ແລະ ເດັກນ້ອຍ ຕົກນຳ້ຕາຍ ຫຼື ເປັນໄຂ້ສັ່ນ ແລ້ວກໍລົ້ມຕາຍໄປ. ເວົ້າລວມແລ້ວ ຄົນເຜົ່າຕອງເຫຼືອງ ນີ້ ການເກີດໜ້ອຍກວ່າການຕາຍ ຈຶ່ງເຮັດໃຫ້ມີຈຳນວນຄົນໜ້ອຍລົງໄປເລື້ອຍໆ.