ວົງການພິທີກອນ ຕ້ອງຫວັ່ນ ອິນເດຍ ໃຊ້ຜູ້ປະກາດຂ່າວ AI ອອກຂ່າວ ເວົ້າໄດ້ 70 ກວ່າພາສາ

ວົງການພິທີກອນ ຕ້ອງຫວັ່ນ ອິນເດຍ ໃຊ້ຜູ້ປະກາດຂ່າວ AI ອອກຂ່າວ ເວົ້າໄດ້ 70 ກວ່າພາສາ

August 2, 2023 Off By FC

ປະເທດອິນເດຍ ກຳລັງປ່ຽນແປງອຸດສາຫະກຳສື່ຄັ້ງສຳຄັນ ດ້ວຍການໃຊ້ຜູ້ປະກາດປັນຍາປະດິດ ຫຼື AI ເຂົ້າໃນການອອກຂ່າວ ເຮັດໃຫ້ເກີດຄວາມຕື່ນເຕັ້ນ ແຕ່ກໍມີຄວາມກັງວົນໄປໃນເວລາດຽວກັນ ເຊິ່ງອາດຈະນຳໄປສູ່ການໂຕ້ຖຽງກັນກ່ຽວກັບຜົນກະທົບທີ່ອາດຈະເກີດຂຶ້ນຂອງເທັກໂນໂລຢີນີ້ຕໍ່ວຽກງານວ່າຈະມີຄວາມຖືກຕ້ອງໃນການນຳສະເໜີຂ່າວຫຼືບໍ່?.

ໂທລະພາບ Odisha TV ຫຼື OTV ໄດ້ເປີດຕົວຜູ້ປະກາດຂ່າວທີ່ມີຊື່ວ່າ Lisa ພ້ອມກັບຄວາມສາມາດທີ່ເວົ້າໄດ້ຫຼາຍກວ່າ 70 ພາສາ ໂດຍທາງ Jagi Mangat Panda ຫົວໜ້າຂອງໂທລະພາບ Odisha TV ໄດ້ກ່າວວ່າ “ນີ້ແມ່ນບາດກ້າວຄວາມສຳຄັນຂອງວົງການສື່ມວນຊົນ ແລະ ໂທລະພາບດິຈິຕອລ”.

ແນ່ນອນວ່າຕ້ອງເກີດການໂຕ້ຖຽງໃນຫຼາຍດ້ານ ການເກີດຂຶ້ນຂອງ Lisa ເຮັດໃຫ້ມີປະຕິກິລິຍາທີ່ຫຼາກຫຼາຍຈາກສາທາລະນະຊົນ ໂດຍບາງກຸ່ມຄົົນກໍບອກວ່ານີ້ແມ່ນບາດກ້າວຂອງການບຸກເບິກໃນວົງການສື່ມວນຊົນດິຈິຕອລ ແຕ່ໃນທາງກັບກັນຍັງມີບາງກຸ່ມຄົນ ວິຈານວ່າເປັນການລາຍງານຂ່າວທີ່ຂາດອາລົມຄວາມຮູ້ສຶກຂອງມະນຸດ ໂດຍເປັນຫຸ່ນຍົນ ແລະ ໄຮ້ອາລົມ ເຊິ່ງຕ່າງຈາກການອ່ານຂ່າວແບບເກົ່າ.

ການໃຊ້ AI ໃນການອ່ານຂ່າວໃນປະເທດອິນເດຍດ້ວຍພາສາທ້ອງຖິ່ນທີ່ຫຼາກຫຼາຍ ແນ່ນອນວ່າຕ້ອງອາໄສຄົນຈຳນວນຫຼາຍໃນການອ່ານ ດັ່ງນັ້ນການມີຜູ້ປະກາດຂ່າວ AI ຈະສາມາດເຮັດໃຫ້ເລື່ອງເຫຼົ່ານີ້ງ່າຍຂຶ້ນສຳລັບວົງການສື່ມວນໃນປະເທດອິນເດຍ. ທັງນີ້ຜູ້ປະກາດ AI ຍັງສາມາດເວົ້າໄດ້ຫຼາຍກວ່າ 70 ພາສາ.

Springnews
Thestandard