ຊິກເນເຈີໜຶ່ງ ໃຜມັກກິນແນ່ ? ປະກາດໃຫ້ຮູ້ “ໜັງເຄັມ” ຂອງຄົນລາວໂດ່ງດັງເຖິງຕ່າງແດນ

ຊິກເນເຈີໜຶ່ງ ໃຜມັກກິນແນ່ ? ປະກາດໃຫ້ຮູ້ “ໜັງເຄັມ” ຂອງຄົນລາວໂດ່ງດັງເຖິງຕ່າງແດນ

November 10, 2022 Off By FC

ໂດຍ: ສາວຜູ້ໄທ
ຂປລ.ໜັງເຄັມ ຫລື ໜັງຄວາຍຕາກແຫ້ງ ອາຫານເອກະລັກຂອງຄົນລາວ ທີ່ຊາວຕ່າງຊາດເຫັນແລ້ວຕົກໃຈວ່າກິນໄດ້ແນວໃດ? ເພາະທັງຫຍາບ, ທັງແຂງ ແຕ່ຄົນລາວສາມາດນໍາມາເປັນອາຫານໄດ້ຫລາຍເຍື່ອງ ບໍ່ວ່າຈະເປັນ ຈີ່ໜັງຈໍ້າແຈ່ວປາແດກ, ຍໍ່າໜັງ, ເອາະໜັງ ແລະ ອື່ນໆ ຕາມຄວາມມັກຂອງແຕ່ລະຄົນ.

ເມື່ອກ່ອນຖ້າກິນຈີ່ໜັງແລ້ວ ຫລາຍຄົນກໍຄິດພາບໄວ້ວ່າ ຈີ່ແລ້ວຕ້ອງຟ້າວກິນ ເພາະຖ້າກິນບໍ່ທັນໜັງກໍ່ຈະແຂງ ແລະ ກິນບໍ່ໄດ້. ດ້ວຍເຫດນັ້ນ ຜູ້ຜະລິດ ແລະ ປຸງແຕ່ງໜັງເຄັມຈຶ່ງພະຍາມຄິດຄົ້ນສູດ ແລະ ວິທີການຜະລິດ ເພື່ອເພີ່ມຄວາມແຊບໃນການກິນໜັງເຄັມຂຶ້ນຕື່ມ ເໝືອນກັບ ໜັງເຄັມຂອງທ່ານນາງ ໂບນິຕາ ວົງມີໄຊ ທີ່ກໍາລັງໄດ້ຮັບຄວາມນິຍົມຢ່າງກວ້າງຂວາງທັງຢູ່ພາຍໃນ ແລະ ຕ່າງປະເທດ ຍ້ອນມີລົດແຊບ, ອ່ອນ, ບໍ່ແຂງ, ຈີ່ຕອນເຊົ້າປະໄວ້ກິນຕອນແລງກໍໄດ້ ຊຶ່ງນີ້ໄດ້ເປັນຈຸດມັດໃຈລູກຄ້າທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ມີຍອດຈໍາໜ່າຍເຖິງ 2.000 ກວ່າກິໂລຕໍ່ມື.

ທ່ານ ນາງ ໂບນິຕາ ວົງມີໄຊ ປະຊາຊົນ ບ້ານຫ້ອມ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ເວົ້າສູ່ຟັງວ່າ: ກ່ອນຈະມາເຮັດອາຊີບນີ້ ແມ່ນຂາຍເຄື່ອງອອນລາຍທົ່ວໄປກໍໄດ້ດີ ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຂາຍເຄື່ອງບໍ່ໄດ້ ຈຶ່ງເປັນຈຸດເລີ່ມຕົ້ນ ໃນການຫາອາຊີບໃໝ່ ແລະ ໄດ້ມາເຮັດໜັງເຄັມຂາຍ.

ສາເຫດທີ່ເລືອກອາຊີບນີ້ ສ່ວນໜຶ່ງກໍ່ເນື່ອງຈາກມີຍາດຕິພີ່ນ້ອງ ເພິ່ນເຮັດທຸລະກິດກ່ຽວກັບຄ້າຂາຍຊີ້ນຢູ່ທາງພາກໃຕ້ ເລີຍມີວັດຖຸດິບໃນການຜະລິດ ໂດຍເບື້ອງຕົ້ນທີ່ເຮັດກໍ່ລອງຜິດລອງຖືກ ມາຫລາຍກວ່າຈະໄດ້ໜັງເຄັມທີ່ແຊບ ທັງເປັນທີ່ຍອມຮັບຈາກລູກຄ້າ ທັງພາຍໃນ ແລະ ປະເທດຕ່າງປະເທດ ໂດຍສະເພາະແມ່ນປະເພື່ອນບ້ານໃກ້ຄຽງຢ່າງຫລວງຫລາຍ ມື້ໜຶ່ງມີຍອດຂາຍເຖິງ 2.000 ກວ່າລິໂລ ແລະ ຍັງມີຕົວແທນຈໍາໜ່າຍເກືອບທຸກແຂວງທົ່ວປະເທດ. ສິ່ງທີ່ສາມາດເຮັດໃຫ້ຜະລິດຕະພັນຂອງຕົນມີຍອດຂາຍສູງ ນອກຈາກຄວາມແຊບທີ່ເປັນເອກະລັກແລ້ວ ແມ່ນຍ້ອນການໂຄສະນາ ໂດຍໃຊ້ສື່ອອນລາຍເປັນຫລັກ ບໍ່ວ່າຈະເປັນແອັບຕິກຕ໋ອກ,

ເຟສບຸກ ຈຶ່ງສາມາດເຂົ້າເຖິງລູກຄ້າຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດທີ່ມັກກິນອາຫານລາວພື້ນບ້ານແທ້ໆ ໂດຍສະເພາະແມ່ນຈີ່ໜັງຈໍ້າແຈ່ວປາແດກ ກັບເຂົ້າໜຽວຮ້ອນໆເມື່ອໄດ້ກິນແລ້ວຈົນບໍ່ຢາກເຊົາ ຍິ່ງໄດ້ກິນໜັງເຄັມທີ່ແຊບໆຂອງໂບນິຕາ ທີ່ມີຈຸດພິເສດທີ່ແຕກຕ່າງຈາກໜັງເຄັມທົ່ວໄປຄື: ເວລາຈີ່ອອກມາແລ້ວຈະມີຊີ້ນດ້ານໃນ ເຮັດໃຫ້ໜັງເຄັມ ມີຄວາມໜຽວ ແລະ ອ່ອນ ເຖິງຈະຈີ່ແຕ່ຕອນເຊົ້າ ກໍ່ສາມາດເກັບຮັກ ສາໄວ້ກິນຕອນແລງໄດ້ ແຕ່ຕ້ອງບໍ່ໃຫ້ຖືກລົມ ແລະ ປະໄວ້ໃນອຸນຫະພູມປົກກະຕິທົ່ວໄປ.

ສຳລັບທ່ານໃດທີ່ຕ້ອງການກິນໜັງເຄັມແຊບໆ ສາມາດຕິດຕໍ່ສອບຖາມໄດ້ ຜ່ານເບີໂທ 020 23239290 ໄດ້ ຫລື ເຟສບຸກ Bonita ໂບນິຕາ ຂາຍງານແບນລິຂະສິດ. ໃນລາຄາກິໂລໜຶ່ງ 65.000 ກີບ, ຖ້າເອົາ 3 ໂລຂຶ້ນໄປຈະໄດ້ລາຄາ 60.000 ກີບ ຫລື ຖ້າເອົາຫລາຍກວ່ານັ້ນກໍຈະຖືກລົງ ເພື່ອໃຫ້ຄົນທີ່ເອົາໄປຂາຍຕໍ່ນັ້ນໄດ້ກໍາໄລນໍາກັນ ເພາະສະພາບການແບບນີ້ ທຸກຄົນໃນສັງຄົມ ກໍຕ້ອງມີນໍ້າໃຈຊ່ວຍເຫລືອກັນຕາມຄວາມສາມາດຂອງທີ່ເຮັດໄດ້ ພ້ອມດຽວກັນນີ້ ຍັງໄດ້ບອກສູດການຈີ່ໜັງຕີມອີກວ່າ: ຖ້າຢາກໃຫ້ໜັງສວຍງາມ ແລະ ອ່ອນ ຕອນຈີ່ໜັງຕ້ອງໃຊ້ໄຟແຮງໆ ເພື່ອໃຫ້ໜັງໄໝ້ທຸກສ່ວນໂດຍລະອຽດ ຫລັງຈາກນັ້ນກໍໃຊ້ມີດຂູດຂີ້ດໍາໆອອກ ແລ້ວໃຊ້ຄ້ອນໜັກໆ ຫລື ຄ້ອນຕີຕຸບແຮງໆ ຈຶ່ງຈະໄດ້ໜັງທີ່ອ່ອນ. ສໍາລັບແຜນອະນາຄົດ ແມ່ນຈະເຮັດ ຈີ່ໜັງສໍາເລັດຮູບທີ່ສາມາດກິນໄດ້ເລີຍ ໂດຍແຜນນີ້ຄາດວ່າ ຕົ້ນປີໜ້າຈະຈໍາໜ່າຍໃຫ້ລູກຄ້າໄດ້ຮັບປະທານແລ້ວ.