ຂ່າວດີຕໍ່ເນື່ອງ! ອັດຕາເງິນເຟີ້ ເດືອນກໍລະກົດ ຫຼຸດລົງຢູ່ທີ່ລະດັບ 27.8%

ຂ່າວດີຕໍ່ເນື່ອງ! ອັດຕາເງິນເຟີ້ ເດືອນກໍລະກົດ ຫຼຸດລົງຢູ່ທີ່ລະດັບ 27.8%

August 2, 2023 Off By FC

ຂ່າວດີຕໍ່ເນື່ອງ! ອັດຕາເງິນເຟີ້ ເດືອນກໍລະກົດ ຫຼຸດລົງຢູ່ທີ່ລະດັບ 27.8% ຍ້ອນຫຼາຍປັດໃຈທີ່ເປັນແຮງຍູ້

ອັບເດດອັດຕາເງິນເຟີ້ໃນເດືອນກໍລະກົດ 2023 ແມ່ນຢູ່ໃນລະດັບ 27.8% ຖືວ່າເປັນການຫຼຸດລົງຕໍ່ເນື່ອງ ຫາກເບິ່ງຈາກຕົວເລກເດືອນມິຖຸນາ ຢູ່ທີ່ 28.6% ແລະ ເດືອນພຶດສະພາ ຢູ່ທີ່ 38.9%.

ຊຶ່ງໝວດສິນຄ້າ ທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫລົ້າ ເພີ່ມຂຶ້ນ 37.81%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 32.8%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 28.5%.

ສໍາລັບໝວດເຄື່ອງໃຊ້ໃນເຮືອນເພີ່ມຂຶ້ນ 24.7%; ໝວດເຫລົ້າ ແລະ ຢາສູບ ເພີ້ມຂຶ້ນ 21.9%; ໝວດຮັກສາສຸຂະພາບ ແລະ ຢາ ເພີ້ມຂຶ້ນ 20.8%; ໝວດທີພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 16.8%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 14%; ໝວດຄົມມະນາຄົມ ແລະ ຂົນສົ່ງເພີ່ມຂຶ້ນ 14.5%.

ສຳລັບໝວດສິນຄ້າທີ່ມີການຫຼຸດລົງ ເປັນຕົ້ນແມ່ນ: ໝວດການສຶກສາ 4%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ 10%; ໝວດບັນເທິງ ແລະ ການພັກຜ່ອນ 12% ແລະ ສິນຄ້າ-ບໍລິການອື່ນໆ 15%.

ສ່ວນສາເຫດຫຼັກ ທີ່ເຮັດໃຫ້ມີການເພີ່ມຂຶ້ນກໍ່ຄືໄລຍະຜ່ານມາ ຍັງແມ່ນປັດໄຈມາຈາກອັດຕາແລກປ່ຽນເງິນຕາຕ່າງປະເທດ, ການຄຸ້ມຄອງລາຄາ ແລະ ການປ່ຽນແປງດິນຟ້າອາກາດ.

ທີ່ມາ: ກະຊວງ ອຄ