ໝາກລີ້ນໄມ້ ໝາກໄມ້ປ່າ ມີປະໂຫຍດຫຼາຍຕໍ່ຮ່າງກາຍ ຄື 25 ຂໍ້ນີ້

ໝາກລີ້ນໄມ້ ໝາກໄມ້ປ່າ ມີປະໂຫຍດຫຼາຍຕໍ່ຮ່າງກາຍ ຄື 25 ຂໍ້ນີ້

August 2, 2023 Off By FC

25 ຄຸນປະໂຫຍດຂອງໝາກລີ້ນໄມ້
ໝາກລີ້ນໄມ້ນອກຈາກຈະນິຍົມນຳມາປຸງແຕ່ງເປັນເມນູອາຫານອັນແຊບຊ້ອຍແລ້ວ ຍັງເຕັມໄປດ້ວຍສັບພະຄຸນທີ່ດີຕໍ່ຮ່າງກາຍ,ຂອງຄົນເຮົາ ເຊິ່ງຖືວ່າເປັນພືດສະໝຸນໄພອີກຊະນິດໜຶ່ງທີ່ຮູ້ຈັກກັນມາແຕ່ດົນນານມາແລ້ວ. ສະນັ້ນ, ພວກເຮົາມາເບິ່ງກັນວ່າມັນມີສັບພະຄຸນຫຍັງແດ່?

1. ຊ່ວຍຕ້ານອະນຸມູນອິດສະລະໃນຮ່າງກາຍ ແລະ ຊ່ວຍຫຼຸດຜ່ອນການເສື່ອມໂຊມຂອງເຊວຕ່າງໆໃນຮ່າງກາຍ.
2. ຊ່ວຍຫຼຸດຜ່ອນການເກີດຮ່ອງຮອຍກ່ອນໄວ.
3. ຊ່ວຍບຳລຸງ ແລະ ຮັກສາສາຍຕາ.
4. ເປັນຢາບຳລຸງທາດ.
5. ຊ່ວຍຫຼຸດຜ່ອນຄວາມສ່ຽງຂອງການເກີດພະຍາດມະເຮັງ.
6. ໃຊ້ປຸງແຕ່ງຢາຮັກສາພະຍາດເບົາຫວານ.

7. ຊ່ວຍໃນການຈະເລີນອາຫານໄດ້ດີ.
8. ການຮັບປະທານຝັກເຜົາ ຫຼື ຍອດອ່ອນຈະຊ່ວຍຫຼຸດລະດັບ Cholesterol ໃນກະແສເລືອດ.
9. ຊ່ວຍບຳລຸງເລືອດ ເພີ່ມການໄຫຼວຽນຂອງເລືອດໄດ້ດີ.
10. ການກິນຝັກອ່ອນຂອງໝາກລີ້ນໄມ້ຈະຊ່ວຍໃຫ້ຮ່າງກາຍມີຄວາມອົບອຸ່ນ ແລະ ແກ້ຮ້ອນໃນ.
11. ຊ່ວຍບັນເທົາອາການປວດໄຂ້ ດ້ວຍການດື່ມນ້ຳຕົ້ມຈາກໃບຂອງລີ້ນໄມ້.
12. ຊ່ວຍແກ້ ແລະ ບັນເທົາອາການໄອ ດ້ວຍການນຳແກ່ນແກ່ປະມານເຄິ່ງກຳມືມາຕົ້ມໃສ່ນ້ຳ 300 ມີລີລິດ ໂດຍດື່ມຄັ້ງລະ 1 ຈອກ ເຊົ້າ, ສວາຍ, ແລງ ຈົນກວ່າອາການຈະດີຂຶ້ນ.
13. ຊ່ວຍແກ້ອາການຮາກບໍ່ເຊົາ ໂດຍການໃຊ້ເປືອກຂອງຕົ້ນຕຳປະສົມກັບນ້ຳສົ້ມຈາກຮັງມົດສົ້ມ ຫຼື ເກືອກໍໄດ້.
14. ຊ່ວຍບັນເທົາອາການແໜ້ນເອິກ.

15. ຊ່ວຍບຳລຸງກະເພາະ, ຕັບ ແລະ ປອດ.
16. ຊ່ວຍແກ້ອາການເຈັບທ້ອງ ໂດຍການນຳໃບມາຕົ້ມກັບນ້ຳເພື່ອດື່ມ. ຊ່ວຍໄລ່ລົມໃນລຳໄສ້.
17. ຊ່ວຍຮັກສາ ແລະ ບັນເທົາຂອງພະຍາດລິດສະດວງ ໂດຍການໃຊ້ເປືອກຂອງຕົ້ນປະສົມກັບສະໝຸນໄພຊະນິດອື່ນເພື່ອດື່ມ.
18. ຊ່ວຍຮັກສາອາການບວມຊ້ຳ, ການອັກເສບ ໂດຍການໃຊ້ເປືອກຕົ້ນ ຫຼື ຮາກກັບນ້ຳປູນໃສທາບໍລິເວນທີ່ເປັນ ນອກນີ້້, ຍັງຊ່ວຍຫຼຸດອາການເຈັບຝີ ໂດຍການໃຊ້ເປືອກຂອງຕົ້ນມາຝົນແລ້ວທາບໍລິເວນອ້ອມຮອບບໍລິເວນທີ່ເປັນຝີ ນອກຈາກນີ້, ຍັງຊ່ວຍແກ້ອາການຄັນ ໂດຍການນຳໃຊ້ເປືອກຂອງລຳຕົ້ນປະສົມກັບສະໝຸນໄພຊະນິດອື່ນ.
19. ໃຊ້ເປັນຢາແກ້ພິດໝາກັດ ໂດຍການນຳເປືອກຂອງຕົ້ນມາຕຳແລ້ວນຳມາໃສ່ບໍລິເວນທີ່ຖືກກັດ.

20. ຊ່ວຍແກ້ອາການເຈັບປວດຈາກຕຸ່ມໝາກສຸກໝາກໃສໂດຍການນຳເອົາເປືອກຕົ້ນລີ້ນໄມ້, ເປືອກຕົ້ນຄູນ ແລະ ຕົ້ນຊົມຊື່ນ ນຳມາຝົນໃສ່ນ້ຳເພື່ອທາບໍລິເວນທີ່ເປັນ ຈະຊ່ວຍໃຫ້ອາການດີໄວຂຶ້ນ.
21. ແກ້ພະຍາດໄສ້ເລື່ອນ ໂດຍໃຊ້ເປືອກຕົ້ນລີ້ນໄມ້, ຮາກຕົ້ນຊົມຊື່ນ, ຫຍ້າຍຸງ ນຳມາຕຳໃຫ້ເຂົ້າກັນ ແລ້ວນຳໄປລະລາຍກັບນ້ຳມວກເຂົ້າທີ່ໄດ້ຈາກການມ່າເຂົ້າ ໃຊ້ຂົນໄກ່ຈຸບ ແລ້ວນຳມາທາລູກອັນທະ ດ້ວຍການທາຂຶ້ນ.
22. ຊ່ວຍແກ້ອາການພະຍາດມານ້ຳ ຫຼື ພາວະທີ່ມີນ້ຳຂັງ ໃນຊ່ອງທ້ອງຈຳນວນຫຼາຍ ໂດຍການນຳເອົາເປືອກຕົ້ນມາປະສົມກັບສະໝຸນໄພຊະນິດອື່ນ.
23. ຊ່ວຍຂັບໄລ່ນ້ຳຄາວປາ ແລະ ຊ່ວຍໃຫ້ມົດລູກເຂົ້າອູ່ໄວຂຶ້ນ.
24 ໝາກໃຊ້ຮັບປະທານເປັນພືດຜັກ.
25 ເປືອກຂອງລຳຕົ້ນສາມາດນຳມາຍ້ອມສີຜ້າ ສີທີ່ໄດ້ຄືສີຂຽວອ່ອນ.

ທີ່ມາ: ພາເຂົ້າລາວ