ຮູ້ຈັກ ຕຸກຕາ ເພັດມະນີ ພິລາຄົງ Miss grand laos 2023

ຮູ້ຈັກ ຕຸກຕາ ເພັດມະນີ ພິລາຄົງ Miss grand laos 2023

August 1, 2023 Off By FC

ຕາມລ້າຄວາມຝັນໃນເວທີປະກວດອີກຄັ້ງ ສາວງາມ, ຫຸ່ນດີ ເພັດມະນີ ພິລາຄົງ ຕົວແທນນໍາສະເໜີ ນະຄອນຫຼວງວຽງຈັນ ຈົນໄດ້ເປັນ Miss grand laos 2023
ສາວງາມ ໂດດເດັ່ນ ທັງໜ້າຕາ ແລະ ຫຸ່ນດີ ຄື ເພັດມະນີ ພິລາຄົງ ອາຍຸ 27 ປີ(ຕຸກຕາ) ອາໄສຢູ່ນະຄອນຫຼວງວຽງຈັນ ແລະ ເປັນໂຕແທນຈາກນະຄອນຫຼວງວຽງຈັນ ໃນເວທີ Miss grand laos 2023
ຕຸກຕາບອກວ່້າ: ຕຸກຕາ ຮຽນຈົບປະລິນຍາຕີຈາກສະຖາບັນເສດທະກິດການເງິນ ດົງຄຳຊ້າງ, ປັດຈຸບັນເຮັດວຽກຢູ່ ທະນາຄານ ຮ່ວມພັດທະນາ ( JDB ).

+ ຜົນງານໃນວົງການບັນເທິງທີ່ຜ່ານມາ: ເຄີຍປະກວດ Miss lao 2015 ໄດ້ຮອງອັນດັບ 4, ປັດຈຸບັນ ເປັນນາງແບບ ແລະ ເປັນ Brand Ambassador ໃຫ້ກັບເສື້ອຜ້າ Brand NewNorm.
+ ຄວາມສາມາດພິເສດແມ່ນການເດີ່ນແບບ ຮ້ອງເພງ ພາສາທີ່ສື່ ສານໄດ້ ລາວ, ໄທ, ອັງກິດ.
+ ຄວາມຄາດຫວັງໃນເວທີ່ນີ້ຄື ຕອນແລກທີ່ມາຕ້ອງຍອມຮັບເລີຍວ່າບໍ່ໄດ້ຄາດຫວັງຫຍັງຫຼາຍ ພຽງແຕ່ຢາກມາພັດທະນາ ແລະ ລອງທ້າທາຍໂຕເອງໃຫ້ມີຄວາມກ້າຫຼາຍຂື້ນ, ກ້າອອກຈາກ comfort zone ເພື່ອຫາປະສົບການໃໝ່ໆ ແລະ ລົງມືເຮັດໃນສິ່ງທີ່ຕັ້ງຄວາມຫວັງໄວ້ໃຫ້ສໍາເລັດ.

+ ສະໂລແກນຄະຕິປະຈຳໃຈ “ຈົ່ງຈິງໃຈ, ມີເມດຕາ ແລະ ຢ່າດ້ອຍຄ່າຄົນອື່ນ” ເພາະກ່ອນທີ່ຈະຕັດສິນໃຜ ໃຫ້ໝັ້ນໃຈວ່າໂຕເຈົ້າເອງກໍ່ບໍ່ໄດ້ສົມບູນແບບ.
+ ສະເປັກ ບໍ່ຄ່ອຍມີສະເປັກຕາຍໂຕ ແຕ່ຈະມັກຄົນທີ່ທັດສະນະຄະຕິຫຼາຍກ່ອນ ໃຈດີ,ໃຈເຢັນ,ເຂົ້າໃຈແລະຊັບພອດກັນແລະກັນ ເຂົ້າກັບເຮົາ,ຄອບຄົວ ໝູ່ເພື່ອນໄດ້ ແລະຍອມຮັບໃນສິ່ງທີ່ເຮົາເປັນ.
+ ມີອ້າຍເອື້ອຍນ້ອງ 4 ຄົນ ຍິງ 3 ຊາຍ 1 ສ່ວນຕາເອງຈະເປັນລູກຫຼ້າ.

+ ຖ້າໄດ້ເປັນ Miss grand laos ນ້ອງຢາກເປັນສື່ກາງໃນການຫຼດຜ່ອນຄວາມຮຸນແຮງເນື່ອງຈາກສັງຄົມລາວຍັງມີຫຼາຍຄອບຄົວທີ່ໃຊ້ກຳລັງກັບຜູ້ຍິງ ແລະເດັກຢ່າງໂຫດຮ້າຍ ຊຶ່ງນ້ອງກະເຄີຍເປັນໜຶ່ງໃນຄອບຄົວທີ່ມີຄວາມຮຸນແຮງ ຈົນພໍ່ແມ່ຕ້ອງແຍກທາງກັນ ( ທີ່ບອກມາບໍ່ແມ່ນຮຽກຮ້ອງຄວາມສົງສານ ) ແຕ່ຢາກອອກມາບອກໃຫ້ຄົນເຫຼົ່ານັ້ນກ້າທີ່ຈະອອກມາປົກປ້ອງໂຕເອງ ຄົນສ່ວນໃຫຍ່ອາດຄິດວ່າເປັນເລື່ອງພາຍໃນຄອບຄົວແຕ່ຖ້າຄວາມຮຸນແຮງໜັກຂຶ້ນຈົນສົ່ງຜົນຕໍ່ສຸກກະພາບ ແລະ ຊີວິດ ນ້ອງຄິດວ່າສັງຄົມເຮົາຄວນໃສ່ໃຈແລະຊ່ວຍເຫຼືອກັນ.

ສາມາດຕິດຕາມພວກເຮົາໄດ້ ທາງເພສ Miss Grand Lao 2023 ແລະ fb ສ່ວນໂຕ toukta philakhong, IG far_philakhong