
ເລີ່ມຈາກແມ່ຄ້າອອນລາຍ ສູ່ເຈົ້າຂອງຮ້ານເພັດ ອາຍຸພຽງ 25 ປີ
July 27, 2023ຈາກແມ່ຄ້າອອນລາຍ ສູ່ເຈົ້າຂອງຮ້ານເພັດ ເພາະຄວາມຫຼົງໄຫຼໃນເພັດເປັນຊີວິດຈິດໃຈ
ເປີດປະຫວັດຄວາມເປັນມາ ເຈົ້າຂອງຮ້ານເພັດອາຍຸນ້ອຍ ທີ່ຫຼາຍຄົນເຂົ້າໃຈຜິດ ຄວາມຈິງເປັນແບບນີ້
ຈາກທີ່ໂພສ ເລື່ອງລາວເພື່ອສ້າງແຮງບັນດານໃຈ ໃຫ້ກັບໄວໜຸ່ມ ໃນການຕໍ່ສູ້, ອົດທົນພະຍາຍາມ ເພື່ອຄວາມສຳເລັດ ບໍ່ວ່າເຮົາຈະຢູ່ໃນສະຖານທີ່ໃດ ສະຖານະໄດ ໃຫ້ຮຽນແບບວິທີການລົງມືປະຕິບັດເຮັດ ບໍ່ແມ່ນເບິ່ງທີ່ພູມທານ ຫຼື ການໃຊ້ຈ່າຍ
ເລື່ອງ ແມ່ຄ້າອອນລາຍ ສູ່ເຈົ້າຂອງຮ້ານເພັດ ປ໊ອກກີ້ ເພັດມະນີ ຂັນທະວົງໄຊ ສາວໄວ 25 ຜູ້ ຜ່ານອຸປະສັກມາຫຼວງຫຼາຍ ເຮັດທຸກຢ່າງເພື່ອສ້າງລາຍໄດ ມື້ນີ້ເຮົາມາຮູ້ປະຫວັດສາວຄົນເກັ່ງຄົນນີ້ນຳກັນ ທີ່ເພິ່ນບອກວ່າ
ເດີມຂ້ອຍເປັນຄົນຕ່າງແຂວງ(ຄໍາມ່ວນ) ຊັບສັບສິນ ທີ່ດິນ ເຮືອນຊານ ລົດລາງພາຫະນະທຸກຢ່າງລວມເຖິງທຸລະກິດ ທີ່ຢູ່ໃນນະຄອນຫຼວງ ແມ່ນຂ້ອຍຊອກມາຫາໄດ້ດ້ວໂຕເອງໝົດ ແລະ ຂ້ອຍເປັນທີ່ເພີ່ງໃຫ້ຄອບຄົວພໍ່ແມ່ພ້ອມ
ຄວາມເປັນມາຂອງຂ້ອຍ ມັນຍາກທີ່ຈະເຊື່ອໄດ້ ຂະໜາດໂຕຂ້ອຍເອງຍັງບໍ່ຄິດບໍ່ຝັນວ່າສິມາຮອດຈຸດນີ້ ແຕ່ມັນຄືເລື່ອງຈິງເດີ ຂ້ອຍເຮັດທຸກຢ່າງມາດ້ວຍສະໝອງແລະສອງມືໂຕເອງ ເງິນຄໍາ ຊັບສິນສົມບັດ ພໍ່ແມ່ຂ້ອຍເພີ່ນທຸກ ບໍໄດ້ມີໄວ້ໃຫ້ ສິ່ງທີ່ພໍ່ແມ່ຂ້ອຍມີໃຫ້ຄື ຄໍາສອນ ຄວາມຮັກ ແລະ ກໍາລັງໃຈ.
ຂໍ້ມູນທີ່ຂ້ອຍເວົ້າມາສາມາດອ້າງອີງໄດ້ຈາກເຟສບຸກຂອງຂ້ອຍເອງ ເພາະທຸກຢ່າງທີ່ເຮັດ ລວມເຖິງທຸລະກິດທີ່ຂ້ອຍເຮັດ ຂ້ອຍເຄື່ອນໄຫວຜ່ານອອນລາຍ ເລື່ອນເບີ່ງຂໍ້ມູນເກົ່າໆໄດ້ເດີ ໄທບ້ານ ຫລືໝູ່ຄູ່ທີ່ເຄີຍຮຽນ ຫລືຕິດຕາມຂ້ອຍມາດົນຫຼາຍຄົນຈະຮູ້ປະຫວັດຂ້ອຍດີ
ວ່າດ້ວຍເລື່ອງ ”ຕົ້ນທຶນຊີວິດຄົນເຮົາມັນຕ່າງກັນ” ເມື່ອອ່ານຈົບຄວາມລັບຂໍ້ສຸດທ້າຍອາດເຮັດໃຫ້ຫຼາຍຄົນປ່ຽນຄວາມຄິດໃໝ່
ຫຼາຍຄົນຕ່າງບອກວ່າຕົ້ນທຶນຊີວິດຄົນເຮົາມາຕ່າງກັນຖືກຕ້ອງ ແຕ່ຂ້ອຍຈັດຢູ່ໃນກຸ່ມຕົ້ນທືນຊີວິດຕ່ໍາ ມາຈາກຄອບຄົວທີ່ບໍ່ໄດ້ລ້ໍາລວຍ ຢູ່ຕ່າງແຂວງ (ຄໍາມ່ວນ) ຂ້ອຍຈິ່ງຕ້ອງດິ່ນລົນຫຼາຍກວ່າຄົນອື້ນ,ເມື່ອຍກວ່າຄົນອື້ນ. ເສຍສະຫຼະທັງເວລາ ແລະ ເຫື່ອແຮງ ຈົນບໍ່ໄດ້ມີຊີວິດໄວລຸ່ນຄືຄົນອື່ນ ເພື່ອໃຫ້ໄດ້ມາໃນສິ່ງທີ່ເຮົາປາດຖະໜາ ນະຕອນນີ້ຂ້ອຍອາຍຸ 23 ປີ ຂ້ອຍສ້າງທຸກຢ່າງດ້ວຍສະໝອງແລະສອງມືຂ້ອຍເອງ ເອີ່ນວ່າເລີ່ມຈາກ0ເລີຍ ໃຜທີ່ຮູ້ຈັກແລະຕິດຕາມຂ້ອຍສິຮູ້ ເວລາຜ່ານມາບໍ່ຮອດ 10 ປີ ຫຼື ເລື້ອນເບີ່ງໃນເຟສໄດ້ຂໍ້ມູນເກົ່າໆໃນເຟສກະມີ,ທຸກຢ່າງບໍ່ມີຫຍັງໄດ້ມາງ່າຍໆ ແຕ່ກະບໍ່ເໜືອຄວາມພະຍາຍາມເຮົາດອກ.
ສະນັ້ນຜູ້ທີ່ມີຕົ້ນທຶນຊີວິດທີ່ສູງກວ່າປ໋ອກຍິ່ງສາມາດມີໂອກາດປະສົບຜົນສໍາເລັດໄດ້ໄວກວ່າປ໋ອກອີກເດີ ແລະ ຈະບໍ່ເມື່ອຍເທົ່າປ໋ອກພ້ອມ.
ມີຄວາມລັບອີກຢ່າງໜື່ງທີ່ປ໋ອກຢາກບອກ: ສິ່ງທີ່ຄົນທຸກ ຫຼື ຄົນທີ່ບໍ່ປະສົບຜົນສໍາເລັດ ກັບ ຄົນລວຍ ຫຼື ຄົນປະສົບຜົນສໍາເລັດ ແຕກຕ່າງກັນພຽງ “ຄວາມຄິດ ແລະ ການກະທໍາ”ບໍ່ແມ່ນເງິນຄໍາ ເພາະເງິນທຸກຄົນສາມາດຫາມັນມາໄດ້ ຖ້າເຮົາມີຫຼັກຄວາມຄິດທີ່ຖືກຕ້ອງນໍາໄປສູ່ການກະທໍາທີ່ຖືກ ຫຼືທີ່ເຂົາເຈົ້າມັກເອີ່ນກັນວ່າ Mindset ສິ່ງນີ້ສໍາຄັນ. ຢາກເປັນຄົນລວຍ,ເປັນຄົນປະສົບຜົນສໍາເລັດ ກະໃຫ້ປ່ຽນMindset ໃຫ້ເປັນແບບຄົນໆນັ້ນເດີ.
ຂໍ້ທີ່ຄວນປະຕິບັດເລີ່ມຕົ້ນເລີຍຄື:
1 ກ້າຄິດ(ຈິນຕະນາການພາບໃນຫົວໄວ້ໂລດ)
2ກ້າເຮັດ(ຢ່າລັງເລທີ່ຈະຕັດສິນໃຈໃນສິ່ງທີ່ເຮົາຄິດມາດີແລ້ວ)