
ປາເປົ້າ ໄພມະນີ ລາດສະບັນເທົາ ຈາກນາງຮອງສູ່ Miss Universe Laos 2023 ພ້ອມສົ່ງອອກ
July 24, 2023ຮູ້ຈັກ ປາເປົ້າ – ໄພມະນີ ລາດສະບັນເທົາ! ຜູ້ມາປິດຕຳນານນາງຮອງ ແລະ ຄວ້າມຸງກຸດ Miss Universe Laos 2023
ຄໍ່າຄືນແຫ່ງຄວາມຕື່ນເຕັ້ນຈົບລົງແລ້ວ ແລະ ເຮົາກໍຮູ້ແລ້ວວ່າໃຜທີ່ໄດ້ມຸງກຸດ Miss universe Laos 2023 ໄປຄອງ. ສາວໄວ 27 ປີຜູ້ທີ່ເປັນນາງຮອງໃນປີທີ່ຜ່ານໆມາໄດ້ກັບມາອີກຄັ້ງ ແລະ ກໍສາມາດພິສູດໃຫ້ທຸກຄົນເຫັນໄດ້ວ່າຄວາມພະຍາຍາມບໍ່ເຄີຍທໍລະຍົດໃຜ.
ປາເປົ້າ ຫຼື ໄພມະນີ ລາດສະບັນເທົາ ເປັນພະນັກງານຢູ່ທະນາຄານ ພັດທະນາລາວ ຈຳກັດ (LDB) ເຊິ່ງຕັ້ງແຕ່ເລີ່ມການປະກວດມາ ລາວເປັນໜຶ່ງໃນໂຕເຕັງທີ່ໜ້າຈັບຕາເບິ່ງ. ປີນີ້ລາວໄດ້ກຽມພ້ອມທັງກາຍ ແລະ ໃຈ ບໍ່ວ່າຈະເປັນເລື່ອງການເວົ້າ ແລະ ການຕອບຄຳຖາມເພາະເປັນສິ່ງທີ່ສຳຄັນທີ່ສຸດໃນການປະກວດນາງງາມ ແລະ ນອກຈາກນັ້ນເປົ້າເອງໄດ້ກຽມໂຕເຝິກຊ້ອມເລື່ອງການຍ່າງ ເພາະໂດຍພື້ນຖານເປົ້າເອງເປັນນາງແບບ ແຕ່ເປົ້າກໍໄດ້ມີການປັບປ່ຽນວິທີການຍ່າງໃຫ້ມີຄວາມເປັນນາງງາມຫຼາຍຂຶ້ນ ໂດຍຮຽນຮູ້ຈາກລຸ້ນເອື້ອຍໃນແຕ່ລະປີ.
ປາເປົ້າເຄີຍໃຫ້ສຳພາດກັບທີມຂ່າວມ່ວນວ່າ ຄວາມສາມາດທີ່ແຕກຕ່າງຂອງຕົນເອງແມ່ນ ມີທັກສະ ແລະ ປະສົບການໃນການເດີນແບບມາກ່ອນ ທັງໃນປະເທດລາວ ແລະ ຕ່າງປະເທດ ເຊິ່ງສາມາດປັບປ່ຽນການຍ່າງຂອງໂຕເອງໄດ້ ເພື່ອໃຫ້ເໝາະກັບອະລິຍະບົດຂອງ Miss Universe Laos. “ສຳລັບສະເໜ່ຂແງເປົ້າ, ນອກຈາກຮູບຮ່າງແລ້ວ ເປົ້າວ່າ ຄວາມເປັນກັນເອງ ມັນເປັນສະເໜ່ຢ່າງໜຶ່ງເພາະເວລາທີ່ຕ້ອງປັບໂຕເຂົ້າສັງຄົມໃໝ່ ແນ່ນອນວ່າມີຫຼາຍຢ່າງທີ່ແຕກຕ່າງກັນ ແຕ່ເປົ້າໃຊ້ຄວາມເປັນກັນເອງເຂົ້າຫາຄົນອື່ນກ່ອນຈຶ່ງເຮັດໃຫ້ຄົນທີ່ລົມນຳ ຫຼື ຢູ່ນຳຮູ້ສຶກສະບາຍໃຈ.”
ທີ່ຜ່ານມາ ປາເປົ້າ ເຄີຍປະກວດ ຫຼາຍເວທີ ເຊັ່ນ: ປະກວດຂວັນໃຈ Inspiration Idol 2015 ເຂົ້າຮອບ Top10, ປະກວດ Lao Supper Model 2016 ໄດ້ລາງວັນ ບຸກຄະລິກກະພາບດີ, ປະກວດນາງສາວລາວ 2018 ເຂົ້າຮອບ Top 15 ແລະ ໄດ້ລາງວັນຂວັນໃຈຊ່າງພາບ. ມາຮອດ ປີ 2022 ປາເປົ້າໄດ້ຮ່ວມປະກວດ Miss Universe Laos ແລະ ໄດ້ຕຳແໜ່ງຮອງຊະນະເລີດອັນດັບໜຶ່ງ ແລະ ໃນປີນີ້ ປາເປົ້າ ກໍໄດ້ມາລົງປະກວດອີກຄັ້ງຈົນສາມາດສ້າງຜົນສຳເລັດທີ່ງົດງາມໄດ້.
ນອກຈາກຜົນງານໃນແງ່ຂອງການປະກວດ, ປາເປົ້າ ຍັງໄດ້ຮ່ວມເດີນແບບ Laos Fashion Week 2016-2022. ເດີນແບບງານ DIVID Fashion Show ແລະ Fashion Week ທີ່ປະເທດໄທ, ສະແດງ MV “ມັກເຈົ້າແຮງ”, ຖ່າຍວາລະສານ ຂວັນໃຈ, ມະຫາຊົນ, LIFESTYLE, TRENDY ແລະ ຜົນງານການຖ່າຍແບບອື່ນໆ ອີກ.
ຕໍ່ຈາກນີ້ ປາເປົ້າ ຈະມາຮັບໄມ້ຕໍ່ຈາກ ປ່າເຢັ້ງຊາ ລໍ່ ທີ່ເປົນເຈົ້າຂອງມຸງກຸດປີກ່ອນໜ້າ ໂດຍຈະຮ່ວມປະກວດ Miss Universe 2023 ໃນທ້າຍປີນີ້ ທີ່ປະເທດ ເອລ ຊັນວາດໍ ໂດຍມີຕົວແທນຫຼາຍກວ່າ 70 ປະເທດເຂົ້າຮ່ວມ.