
ປະຫວັດຄວາມເປັນມາ “ວັນແມ່ຍິງລາວ” ວິລະສັດຕີແຫ່ງຊາດ, ຄູປະຕິວັດ, ແມ່ທີ່ດີເດັ່ນ
July 20, 2023ວັນແມ່ຍິງລາວ 20 ກໍລະກົດ ເມື່ອກ່ອນບໍ່ທັນເປັນທີ່ຮັບຮູ້ຢ່າງກວ້າງຂວາງ ຄົນສ່ວນໃຫຍ່ແມ່ນຮູ້ແຕ່ວັນແມ່ຍິງສາກົນ ແຕ່ຫຼາຍປີມານີ້ສັງຄົມລາວເລີ່ມໄດ້ຍິນວັນແມ່ຍິງລາວ ແລະມີຄວາມສົນໃຈວ່າ ມີວັນນັ້ນມາຈາກໃສທີ່ໄປທີ່ມາເຊື່ອວ່າ ຍັງຄົງເປັນຄຳຖາມຢູ່.
ວັນທີ 20 ກໍລະກົດ 1955, ພັກເຮົາ ໄດ້ມີມະຕິຕົກລົງສ້າງຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຊຶ່ງແມ່ນຕົ້ນກຳເນີດຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ໃນປັດຈຸບັນ ຂຶ້ນຢ່າງເປັນທາງການ ເພື່ອເຮັດພາລະບົດບາດ, ໜ້າທີ່ນຳພາ ແລະ ຈັດຕັ້ງປຸກລະດົມຂົນຂວາຍ ເອື້ອຍນ້ອງແມ່ຍິງບັນດາເຜົ່າ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເພື່ອກ້າວຂຶ້ນໃນປັດຈຸບັນ ຊຶ່ງມາຮອດປີນີ້ໄດ້ວຽນມາຄົບຮອບ 68 ປີແລ້ວ (20 ກໍລະກົດ 1955- 20 ກໍລະກົດ 2023).
ໃນໄລຍະແຫ່ງການດໍາເນີນພາລະກິດຕໍ່ສູ້ກູ້ຊາດ, ພາຍໃຕ້ການນໍາພາ ແລະ ສຶກສົາອົບຮົມບົ່ມສອນຂອງພັກ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ໄດ້ຜ່ານເສັ້ນທາງແຫ່ງການຕໍ່ສູ້ອັນອົງອາດກ້າ ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ເສຍສະຫຼະອັນໃຫຍ່ຫຼວງ, ບົນພື້ນຖານການອຸທິດຕົນເຂົ້າໃນທົ່ວທຸກສະໜາມຮົບດ້ວຍຈິດໃຈຮັກຊາດ ແລະ ຄວາມຕື່ນຕົວປະຕິວັດ. ໃນນີ້, ຫຼາຍຄົນໄດ້ກາຍເປັນວິລະສັດຕີແຫ່ງຊາດ, ເປັນນັກຮົບແຂ່ງຂັນ, ເປັນແພດໝໍປະຕິວັດ, ຈໍານວນຫຼວງຫຼາຍແມ່ນຄູປະຕິວັດ, ຄູປະຊາຊົນ, ເປັນແມ່ທີ່ດີເດັ່ນ, ແມ່ແບບຢ່າງໃນພັດທະນາ, ການຜະລິດ, ການປົກປັກຮັກສາປະເພນີອັນດີງາມຂອງຊາດ, ຂອງເຜົ່າ ແລະ ດ້ານອື່ນໆ.
ມາຮອດໄລຍະໃໝ່, ພາຍໃຕ້ການນຳພາຂອງພັກ, ອົງການຈັດຕັ້ງສະຫະພັນແມ່ຍິງລາວແຕ່ລະຂັ້ນ ແລະ ຂະບວນການເຄື່ອນໄຫວຢູ່ໃນແຕ່ລະບ່ອນ ໄດ້ຮັບການກໍ່ສ້າງ, ປັບປຸງ ແລະ ເຄື່ອນໄຫວຢ່າງມີຊີວິດຊີວາ; ແມ່ຍິງລາວບັນດາເຜົ່າ ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມດຸໝັ່ນຂະຫຍັນພຽນ, ຫົວຄິດປະດິດສ້າງ, ນໍ້າໃຈຕໍ່ສູ້ອັນພິລາດອາດຫານ ແລະ ການເຊີດຊູນໍ້າໃຈເປັນເຈົ້າປະເທດຊາດ, ເປັນເຈົ້າສັງຄົມ, ພ້ອມກັນອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນທຸກສະໜາມບໍ່ໜ້ອຍໄປກວ່າເພດຊາຍ.