5 ອັນຕະລາຍຈາກການດື່ມນໍ້ານ້ອຍ

5 ອັນຕະລາຍຈາກການດື່ມນໍ້ານ້ອຍ

July 18, 2023 Off By FC

ດື່ມນໍ້າຫນ້ອຍ ແລະ ບໍ່ມັກດື່ມນໍ້າ ນອກຈາກຈະບໍ່ດີຕໍ່ສຸຂະພາບແລ້ວ ດື່ມນໍ້າຫນ້ອຍ ຍັງສົ່ງຜົນຮ້າຍຫລາຍຢ່າງຕໍ່ລະບົບ ພາຍໃນຮ່າງກາຍຂອງເຮົາ
ຮ່າງກາຍຄົນເຮົາປະກອບດ້ວຍນໍ້າ 70%, ເລືອດເຮົາປະກອບດ້ວຍນໍ້າ90%, ກະດູກເຮົາກໍປະກອບດ້ວຍນໍ້າ 22%, ຮ່າງກາຍເຮົາເສຍນໍ້າມື້ລະ 2 ລິດ ຖ້າເຮົາຮັບນໍ້າ ເຂົ້າໄປບໍ່ພຽງພໍກໍຖືວ່າຂາດນໍ້າ, ອະໄວຍະວະພາຍໃນຈະຜິດປົກກະຕິ, ເລືອດຈະຂຸ້ນ, ຍາກທີ່ຫົວໃຈຈະຟອກເລືອດໄປຫລໍ່ລ້ຽງພາກສ່ວນຕ່າງໆຂອງຮ່າງກາຍ, ຫົວໃຈຈະຕີບ ກ່ອນ, ຄວາມຈື່ຈໍາຈະເສື່ອມ ເພາະເລືອດລ້ຽງສະຫມອງບໍ່ພຽງພໍ ເສັ້ນເລືອດກໍຈະຕີບຕັນ, ລໍາໄສ້ຈະແຫ້ງ ເຮັດໃຫ້ຖ່າຍຍາກ.

ຊ່ອງທາງໃນການໄລ່ສິ່ງເສດເຫລືອອອກຈະມີຢູ່ 5 ຊ່ອງທາງດ້ວຍກັນຄື :
1. ຫມາກໄຂ່ຫລັງໄລ່ອອກມາທາງນໍາ້ຍ່ຽວ
2. ລໍາໄສ້ໃຫຍ່ໄລ່ອອກມາທາງອາຈົມ

3. ປອດ ໄລ່ອອກມາທາງລົມຫາຍໃຈ
4. ຜິວຫນັງໄລ່ອອກມາທາງເຫື່ອ
5. (ສໍາລັບແມ່ຍິງ) ໄລ່ອອກມາທາງປະຈໍາເດືອນ

ເມື່ອຊ່ອງທາງໄລ່ສິ່ງເສດເຫລືອບໍ່ສົມບູນ ຮ່າງກາຍກໍຈະຕ້ອງພະຍາຍາມຫາທາງອອກໃຫ້ໄດ້ ເຊັ່ນ : ເປັນສິວ, ເປັນຝ້າ, ເປັນເມັນ, ລິດສີດວງ, ຝີ, ຖ້າເຮົາມີອາການດັ່ງທີ່ກ່າວມາອາດສະແດງເຖິງວ່າຮ່າງກາຍມີຂອງເນົ່າເສຍຢູ່ພາຍໃນ ເປັນສັນຍານ ເຕືອນໄພທີ່ບໍ່ຄວນເບິ່ງຂ້າມ. ການກິນ ຫລື ສັກຢາບໍ່ແມ່ນວິທີດຽວໃນການປິ່ນປົວ ສະນັ້ນ, ປ້ອງກັນໄວ້ດີກວ່າແກ້ໄຂໃນພາຍຫລັງ.
ທີ່າ: paolohospital