
ອຸທາຫອນ ! ເກີດເຫດ ລູກຊາຍກິນໝາກລໍາໄຍ ແກ່ນຄາຄໍດັບ R.I.P ຜູ້ປົກຄອງແຊເຕືອນກັນໄວ້
July 13, 2023ຂ່າວຕ່າງປະເທດ ເດັກນ້ອຍ 2 ປີ ກິນລຳໄຍເສຍຊີວິດ!!
ໃນວັນທີ 12 ກໍລະກົດ 2023 ທີ່ຜ່ານມາ, ທາງໜ່ວຍກູ້ໄພໄທໄດ້ຮັບແຈ້ງຈາກປະຊາຊົນວ່າ: ມີເດັກນ້ອຍກິນລຳໄຍຕິດຫຼອດລົມຫາຍໃຈບໍ່ອອກ, ທາງກູ້ໄພຈຶ່ງໄດ້ເຂົ້າໄປຊ່ວຍເຫຼືອ.
ເມື່ອກູ້ໄພຮອດຈຸດເກີດເຫດ ພົບເດັກນ້ອຍມີອາການໂຕຊີດ, ປາກຂຽວ, ຫາຍໃຈຕິດຂັດໝົດສະຕິຢູ່ພື້ນ ທາງກູ້ໄພໄດ້ໃຫ້ການຊ່ວຍເຫຼືອຈົນແກ່ນລຳໄຍອອກມາ ແຕ່ນ້ອງບໍ່ຮູ້ສຶກໂຕພ້ອມກັບຊີບພະຈອນເຕັ້ນອ່ອນ ທາງກູ້ໄພຈຶ່ງໄດ້ສົ່ງຕໍ່ໄປໂຮງໝໍ ແລະ ຕໍ່ມານ້ອງໄດ້ເສຍຊີວິດທີ່ໂຮງໝໍ.
ຂໍສະແດງຄວາມເສຍໃຈກັບຄອບຄົວ ແລະ ຍາດພີ່ນ້ອງຂອງນ້ອງດ້ວຍ.
Cr.Thairath