
ລຸງສຸພານຸວົງ ປະທານປະເທດຄົນທຳອິດ 13 ກໍລະກົດ ວັນຄ້າຍວັນເກີດ ຄົບຮອບ 114 ປີ
July 13, 202313 ກໍລະກົດ ເປັນວັນໜຶ່ງທີ່ມີຄວາມສຳຄັນຕໍ່ຊາດລາວເຮົາ ເປັນວັນຄ້າຍວັນເກີດຂອງ ປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ ມາຮອດປີ 2023 ນີ້ແມ່ນຄົບຮອບ 114 ປີແລ້ວ ເຖິງທ່ານໄດ້ຈາກພວກເຮົາໄປແຕ່ຊື່ສຽງ ແລະຜົນງານຄຸນງາມຄວາມດີຍັງດັງກ້ອງຢູ່ໃນດວງໃຈຂອງຊາວລາວບໍ່ຈາງຫາຍ.
ທ່ານປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບເຈົ້າຍິງຄຳອ້ວນ.
ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກອາຈານຄົນຝຣັ່ງໃນຫຼວງພະບາງ ຈາກນັ້ນໄປສຶກສາຕໍ່ທີ່ສະຖາບັນລີເຊອັນແບຊາໂຣ ທີ່ຮ່າໂນ້ຍ ເຮັດໃຫ້ເພີ່ນມີຄວາມສຳພັນຢ່າງໜຽວແໜ້ນກັບຫວຽດນາມມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດໄດ້ຢ່າງຄ່ອງແຄ້ວ.
ຫຼັງຈາກຈົບການສຶກສາລະດັບປະລິນຍາຕີດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ປາຣີ ປະເທດຝຣັ່ງໄດ້ເດີນທາງກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບຍິງ ວຽງຄຳ ສຸພານຸວົງ ມີລູກນຳກັນ ລວມ 10 ຄົນເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.
ເພິ່ນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ເມືອງທ່າແຂກລະຫວ່າງໜີຂ້າມແມ່ນ້ຳຂອງຂ້າມໄປຝັ່ງໄທ ໃນປີ ຄ.ສ 1946, ເພິ່ນໄດ້ສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວໃນເມືອງຊຳເໜືອ ແຂວງຫົວພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮ່ຈິມິນ ຊຶ່ງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີຂະບວນການປະເທດລາວກໍສາມາດປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນທີ່ເມືອງຊຳເໜືອ ແຂວງຫົວພັນ ແລະ ແຂວງຜົ້ງສາລີ.
ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດຜູ້ທຳອິດ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະຖານະເຈົ້າຊາຍ ຕັ້ງແຕ່ສະໄໝເກົ່າ.
ເຈົ້າສຸພານຸວົງ ເປັນຜູ້ນຳທີ່ເຄົາລົບຮັກຂອງປວງຊົນລາວຈົນເອີ້ນກັນວ່າ ລຸງສຸພານຸວົງ ເພິ່ນໄດ້ດຳລົງຕຳແໜ່ງປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ຫຼັງຈາກນັ້ນເພິ່ນກໍໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມື່ອເດືອນມີນາ ຄ.ສ 1991, ທ່ານໄດ້ເຖິງແກ່ກໍາ ເມື່ອວັນທີ 9 ມັງກອນ 1995 ທີ່ ນະຄອນຫຼວງວຽງຈັນ.
ປະທານສຖພານຸວົງແມ່ນເປັນຜູ້ນຳທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າສູ່ການປະຕິວັດຊາດປະຊາທິປະໄຕ ບໍ່ວ່າຈະເປັນໄລຍະຕໍ່ສູ້ເພື່ອຍາດເອົາເອກະລາດ ຫຼື ໄລຍະແຫ່ງການສ້າງສາພັດທະນາປະເທດຊາດ ດັ່ງນັ້ນ ເຖິງເພິ່ນຈາກໄປແລ້ວຜົນງານຄຸນງາມຄວາມດີຂອງເພິ່ນແມ່ນຍັງຍືນຍົງຢູ່ໃນດວງໃຈຂອງປວງຊົນລາວຕະຫຼອດໄປ.