ວ່າດ້ວຍຄວາມຮັກຂອງແມ່! ຖືພາລູກ ຮູ້ວ່າຕົນມີກ້ອນເບົ້າສ່ຽງຫລາຍ ແຕ່ກໍອູ້ມທ້ອງລູກຈົນເກີດ ຈົນຕົນເອງເສຍເລືອດຫຼາຍ R.I.P

ວ່າດ້ວຍຄວາມຮັກຂອງແມ່! ຖືພາລູກ ຮູ້ວ່າຕົນມີກ້ອນເບົ້າສ່ຽງຫລາຍ ແຕ່ກໍອູ້ມທ້ອງລູກຈົນເກີດ ຈົນຕົນເອງເສຍເລືອດຫຼາຍ R.I.P

July 11, 2023 Off By FC

ແຄັດດີໃຈຫລາຍທີ່ຮູ້ວ່າໂຕເອງຖືພາໄດ້ລູກຜູ້ຍິງ ຈົນ 5-6 ເດືອນກວດພົບເຫັນກ້ອນເບົ້າໃນມົດລູກຫມໍບອກວ່າສ່ຽງຫລາຍຕ້ອງໄດ້ເອົາລູກອອກ ແຕ່ແຄັດກະບໍ່ຍອມ ອຸ້ມທ້ອງຈົນຄົບ38ອາທິດ

ຫມໍປະຊຸມໃຫຍ່ກ່ອນຕັດສິນໃຈຜ່າຕັດເກີດລູກເພາະຕ້ອງຍົກມົດລູກອອກນຳເພາະມີຫລາຍຢ່າງທີ່ຈຳເປັນຕ້ອງໄດ້ເອົາອອກໃຫ້ຫມົດ ແຄັດຮູ້ແລ້ວວ່າສ່ຽງຖຶງຊີວິດ ແຕ່ແຄັດກະເຕັມໃຈ ແຄັດເລືອກທີ່ຈະສ່ຽງຍອມເສຍສະຫລະຊີວິດຕົວເອງເພື່ອໃຫ້ລູກສາວຄົນນີ້ໄດ້ເກີດມາ ຈົນລູກສາວຄົນນີ້ໄດ້ລືມຕາມາເບິ່ງໂລກ

ຊຶ່ງແຄັດໄດ້ເສຍເລືອດຫລາຍຈົນທາງຄອບຄົວຫມູ່ເພື່ອນໄດ້ປະກາດຂໍບໍລິຈາກເລືອດ ແຕ່ຮ່າງກາຍຂອງແຄັດອ່ອນແອຫລາຍບໍ່ຮັບເລືອດທີ່ໃສ່ເຂົ້າໄປ ຫມໍກະຊ່ວຍສຸດຄວາມສາມາດ ຈົນເຮັດໃຫ້ແຄັດໄດ້ຈາກໄປຢ່າງສະຫງົບໃນເວລາຕໍ່ມາ ຄວາມຮັກອັນຍິ່ງໃຫຍ່ຂອງແມ່ ເສຍສະຫລະໄດ້ແມ້ກະທັ່ງຊີວິດຂອງຕົນເອງ

ບໍ່ມີຫຍັງໃນໂລກນີ້ທີ່ຈະເທົ່າຄວາມຮັກຂອງຜູ້ຍິງຄົນນີ້ແລະຄຳວ່າແມ່ໄດ້ອີກແລ້ວ

ຍອດຍິງຜູ້ເສຍສະຫລະຊີວິດເພື່ອລູກ
ພວກເຮົາຈະຈົດຈຳຄຸນງາມຄວາມດີຄວາມເສຍສະຫລະອັນໃຫຍ່ຫລວງໃນຄັ້ງນີ້ຕະຫລອດໄປຂ້ອຍຂໍນົບຫົວໃຈຜູ້ຍິງຄົນນີ້ ນາງຟ້າກັບສະຫວັນແລ້ວ

Muay Sananya Vks