ຄັ້ງປະຫວັດສາດ ຍົນ Airbus-330 ເຂົ້າອູ່ຂອງການບິນລາວ

ຄັ້ງປະຫວັດສາດ ຍົນ Airbus-330 ເຂົ້າອູ່ຂອງການບິນລາວ

July 9, 2023 Off By FC

ຕອນເຊົ້າເວລາ 06:30 ໂມງ ຂອງວັນທີ 09/07/2023 ທີ່ອູ່ສ້ອມແປງຍົນຂອງການບິນລາວ ທີ່ສະໜາມບິນວັດໄຕ ນະຄອນຫລວງວຽງຈັນ ໄດ້ມີສາຍການບິນ VietJet ນໍາເອົາຍົນໂດຍສານແບບ Airbus-330 ມາເຂົ້າອູ່ສ້ອມບໍາລຸງຮັກສາ ທີ່ອູ່ຂອງການບິນລາວ.

ນີ້ເປັນຄັ້ງປະຫວັດສາດ ຂອງການບິນລາວ ທີ່ນໍາໃຊ້ໂຄ່ງລ່າງພື້ນຖານ, ສິ່ງອຳນວຍຄວາມສະດວກ ແລະ ບຸກຄະລາກອນ ສະຫນອງການບໍລິການໃຫ້ແກ່ສາຍການບີນຂະໜາດໃຫຍ່,

ເປັນການສ້າງລາຍຮັບໃໝ່ຕາມແຜນຍຸດທະສາດ ແລະ ແຜນພັດທະນາທຸລະກິດໃນໄລຍະໃຫມ່ ຂອງສາຍການບິນລາວ.

.

ຂໍຂອບໃຈຂ່າວຈາກ : Vanh Thammavong