
ຊາບຊຶ້ງນໍ້າໃຈ ຄົນລາວບໍ່ຖີ້ມກັນ ນໍ້າໃຈຈາກຫຼາຍໆຄົນ ໂອນມອບຊ່ວຍບ່າວຂາຍໄຂ່ ສູ້ຊີວິດ ແຕ່ຊີວິດສູ້ກັບ ຈາກເຫດໄຂ່ຕົກແຕກ
July 8, 2023ຊາບຊຶ້ງນໍ້າໃຈ ຄົນລາວບໍ່ຖີ້ມກັນ ນໍ້າໃຈຈາກຫຼາຍໆຄົນເລັກໆນ້ອຍໆ ທີ່ໂອນມອບໃຫ້ບ່າວສູ້ຊີວິດ ແຕ່ຊີວິດສູ້ກັບ.
ມື້ວານທີ 7/7/2023 ລາວໄດ້ຮັບໄຂ່ຈາກຟາມພີ່ນ້ອງ ມາສົ່ງຕໍ່ຕະຫຼາດສົດເຂດນະຄອນຫຼວງວຽງຈັນ ແຕ່ເກີດອຸບັດເຫດລົດຈັກລົ້ມ ເຮັດໃຫ້ໄຂ່ແຕກຊະຊາຍດັ່ງພາບນີ້ . ພໍພາບໄດ້ລົງສື່ອອນລາຍຜ່ານ ເພຈ ແຂວງວຽງຈັນ ຫຼາຍຄົນເຫັນແລ້ວອີຕົນສົງສານຈຶ່ງເຂົ້າໄປຊ່ວຍເຫຼືອ.
ຕອນນີ້ລວມຍອດໂອນເງິນເກືອບ 3 ລ້ານກີບ
ຂໍຂອບໃຈທຸກຄົນທຸກທ່ານທີ່ມີນໍ້າໃຈຕໍ່ມະນຸດ ສຸຈາລິດຮ່ວມກັນ.
.
ສູ້ໆຕໍ່ໄປເດີ່ ຄົນຫາກິນສຸຈາລິດເຮົາຄວນສົ່ງເສີມກັນເນາະສູ້ໆ
ສະເກັດຂ່າວ Hot News