ໄຫວ້ອາໄລ ພຣະອາຈານ ຂຽນ “ທໍລະມານຈິດໃຈ ບໍ່ໄຫວ ກັບ HIV” ກ່ອນລາໂລກຢ່າງສະຫງົບ

ໄຫວ້ອາໄລ ພຣະອາຈານ ຂຽນ “ທໍລະມານຈິດໃຈ ບໍ່ໄຫວ ກັບ HIV” ກ່ອນລາໂລກຢ່າງສະຫງົບ

July 7, 2023 Off By FC

ຂໍອະໂຫສິກຳທີ່ລົງຂ່າວ ພຣະອາຈານໄດ້ຂຽນໃບສັ່ງລາກ່ອນປິດຊີບຕົນເອງມໍລະນະພາບ ຍ້ອນຕິດເຊື້ອ
ຈາກສື່ອອນລາຍເຟສບຸກ ໃນວັນທີ 7/7/2023 ໄດ້ແຊຂ່າວ ກ່ຽວກັບພຣະສົງອົງ1 ຢູ່ວັດແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ທີ່ປິດຊີບມໍລະນະຕົນເອງ ໂດຍຍັງບໍ່ມີການຖະແຫຼງຂ່າວທາງການ
ແຕ່ມີເນື້ອໃນຫຍໍ້ໆກ່ຽວກັບໃບສັ່ງລາປະມານວ່າ:

ຂອບໃຈແມ່ຍົກທີ່ລ້ຽງດູອຸ້ມຊູຕະຫຼອດມາ
ຂອບໃຈແມ່ຍົກທີ່ຊ່ວຍສ້າງຊື່ສຽງຕະຫຼອດມາ
ຂອບໃຈອ້າຍເອື້ອຍນ້ອງທີ່ດູແລປີ່ນປົວ
ຂໍອະໂຫສິກຳທີ່ບໍ່ສາມາດທົນທານກັບພະຍາດໄດ້
ຂໍອະໂຫສິກຳທີ່ກັບໄປຫາພໍ່ແມ່ບໍ່ໄດ້

ຂໍມອບຊັບສິນທີ່ມີ ທີ່ຖືຢູ່ ນຳໄປສ້າງ ແລະ ມອບຕໍ່…..(ເນື້ອໃນປະມານນີ້) .
ຍັງມີ ໜັງສືຂຽນໃສ່ໜ້າຊອງວ່າ ”ທໍລະມານຈິດໃຈ ບໍ່ໄຫວ ກັບ HIV “ ພາບໄດ້ໂພສລົງສື່ເຟສບຸກ ເຮັດໃຫ້ນັກສື່ອອນລາຍວິພາກວິຈານໄປຕ່າງໆນາໆ ແລະເກີດຄວາມແປກໃຈວ່າພຣະສົງຕິດເຊື້ອໄດ້ແນວໃດ? ບາງຄົນຄິດວ່າຂ່າວໃສ່ຮ້າຍ ແຕ່ໜັງສືທີ່ຂຽນສັ່ງລາພັດບອກຊັດເຈນ ?. .

ຢ່າງໃດກໍຕາມ ຜົນສັນລະສູດຍັງບໍ່ຮູ້ຊັດເຈນເທຶ່ອ ແຕ່ເມື່ອຫວນຫຼັກການການຕິດເຊື້ອHIV ສາມາດຕິດໄດ້ກໍລະນີດັ່ງນີ້

ຕິດເຊື້ອຈາກ ການໃຊ້ເຂັມສັກຢາຮ່ວມກັບຜູ້ມີເຊື້ອ
ຕິດຈາກ ມີດຕັດເລັບ ຫຼື ມີດໂກນໜວດ ~ຫົວ ກັບຜູ້ມີເຊື້ອເປັນບາດແຜ
ຕິດຈາກການມີເພດສຳພັນກັບຜູ້ມີເຊື້ອໂດຍບໍ່ໄດ້ປ້ອງກັນ.

ຂໍອະໂຫສິກຳ ແລະ ເສຍໃຈກັບຄອບຄົວດ້ວຍ

ຈາກ: ສະເກັດຂ່າວ Hot News