
ຕ້ອງການໂຄຕ້າລັດຖະກອນ 100 ຄົນ ປີ 2025 ຂະແໜງທໍລະນີສາດ ແລະ ແຮ່ທາດ
July 4, 2023ຂະແໜງທໍລະນີສາດ ແລະ ແຮ່ທາດ! ຕ້ອງການໂຄຕ້າລັດຖະກອນ 100 ຄົນ ໃນປີ 2025 ເພື່ອບັນຈຸໜ້າວຽກສູນກາງ ແລະ ທ້ອງຖິ່ນ.
ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ມິຖຸນາ 2023 ນີ້ວ່າ: ສຳລັບຍຸດທະສາດ 10 ປີ (2021- 2030) ໄດ້ເນັ້ນການຊອກຮູ້ ແລະ ປະເມີນທ່າແຮງຊັບພະກອນແຮ່ທາດທົ່ວປະເທດ ແລະ ນໍາໃຊ້ຊັບພະຍາກອນແຮ່ທາດໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມຍືນຍົງ ແລະ ສີຂຽວ.
ສຳລັບເປົ້າໝາຍ ແລະ ວຽກງານຈຸດສຸມຂອງຍຸດທະສາດ ແມ່ນຈະໄດ້ດຳເນີນການສຳຫລວດທໍລະນີສາດ ແລະ ແຮ່ທາດ ຂັ້ນພື້ນຖານ ເພື່ອສືບຕໍ່ປັບປຸງຂໍ້ມູນທໍລະນີສາດ-ແຮ່ທາດ, ທໍລະນີໄພພິບັດ-ດິນເຈື່ອນ ແລະ ສຶກສາແລກປ່ຽນຂໍ້ມູນກັບບັນດາປະເທດ ທີ່ມີຊາຍແດນຕິດຈອດກັບ ສປປ ລາວ; ຊຸກຍູ້ສົ່ງເສີມໂຄງການ ຫຼື ກິດຈະການຊອກຄົ້ນ ແລະ ສຳຫລວດແຮ່ທາດ ໃຫ້ກ້າວເຂົ້າສູ່ຂັ້ນຕອນການຂຸດຄົ້ນ, ປຸງແຕ່ງ-ຜະລິດ, ຈຳໜ່າຍຫລາຍກວ່າ 70% ຂອງກິດຈະການທີ່ມີຢູ່ໃນປັດຈຸບັນ.
.
ພ້ອມນັ້ນ, ໄດ້ສະເໜີໃຫ້ລັດຖະບານໃຫ້ບູລິມະສິດໂກຕ້າບຸກຄະລາກອນ ໃນຂະແໜງທໍລະນີສາດ ແລະ ແຮ່ທາດ ທັງສູນກາງ ແລະ ທ້ອງຖິ່ນເພີ່ມຕື່ມ ຢ່າງໜ້ອຍໃຫ້ໄດ້ 100 ຄົນ ໃນປີ 2025 ແລະ 200 ຄົນໃນປີ 2030 ເພື່ອໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງວຽກງານການຄຸ້ມຄອງກິດຈະການບໍ່ແຮ່ໃນແຕ່ລະໄລຍະ.