
6 ຂໍ້ສັງເກດທີ່ບົ່ງບອກວ່າ ເຈົ້າເປັນພຽງຄົນລົມ ຄົນໃນສະຕ໊ອກຂອງເຂົາ ອ່ານດ່ວນ!
November 10, 2022ຄົບໃຜຮັກໃຜກໍຢາກເປັນໜຶ່ງດຽວ, ຢາກເປັນຄົນຖືກເລືອກ ບໍ່ຢາກເປັນ 2 ຮອງໃຜ ຫຼື ເປັນພຍງຄົນຂັ້ນເວລາແມ່ນບໍ່ ແລະ ຕອນນີ້ຄົນທີ່ເຮົາກໍາລັງລົມຢູ່ເປັນແບບໃດ ເຂົາໃຫ້ເຈົ້າເປັນຄົນສໍາຄັນ ຫຼື ເປັນພຽງຄົນລົມ ມີຂໍ້ສັງເກດຕາມນີ້
1 ເຂົາຍັງບໍ່ຊັດເຈນກັບເຈົ້າ ວ່າເຈົ້າຢູ່ໃນສະຖານະໃດ ນັ້ນສະແດງວ່າເຂົາມີສິດທີ່ຈະລົມຫຼາຍຄົນມັນກໍບໍ່ຜິດ
2 ເຂົາບໍ່ພົບເຈົ້າໃນວັນເສົາອາທິດ ພົບເຈົ້າແຄ່ມື້ທີ່ຈັນ-ສຸກ ເພາະເສົາອາທິດເປັນມື້ພັກ ເຂົາອາດຈະໄປກັບຄົນສໍາຄັນ ຫຼື ຄົນໃນສະຕ໊ອກຄົນອື່ນທີ່ສໍາຄັນກວ່າ
3 ເຂົາຈະສະຕິແຕກ ຫຼື ຫວງໂທລະສັບແຮງເວລາເຈົ້າໄປຫຍຸ້ງກັບໂທລະສັບເຂົາ ເພາະໃນນັ້ນອາດມີຫຍັງຢູ່
4 ເວລານັດພົບກັນ ເຂົາບໍ່ໃຫ້ຄໍາຕອບທີ່ຊັດເຈນ
5 ເຂົາມັກຜິດນັດ ເຄນເຊິນນັດ ຫຼື ເປັນຄົນກໍານົດເວລາເທົ່ານັ້ນທໍ່ນີ້ເພື່ອນັດພົບເຈົ້າ ເພາະເຂົາເປັນຄົນຄຸມເກມ, ເຂົາມັກສ້າງພາບວ່າໂສດໃນໂຊເຊວ ມັກບອກວ່າບໍ່ຫຼິ້ນ ແຕ່ທີ່ຈິງຫຼິ້ນ
6 ຄືເຊັ້ນຂອງເຮົາເອງທີ່ຮູ້ສຶກວ່າເຂົາມີຫຼາຍຄນ ເຂົາບໍ່ໄດ້ໃຫ້ຄວາມສໍາຄັນກັບເຮົາພຽງຄົນດຽວ
ຕາມນີ້ເດີ້ ລອງສັງເກດເບິ່ງນະ ຈະໄດ້ນໍາທັນຄົນ ຈະບໍ່ຖືກຕວົະນະຈະ