Louknam Thidalath ເເລະ Teler Sisombath ໄດ້ຮັບລາງວັນອັນຊົງກຽດໃນງານ Asia Top Awards 2023

Louknam Thidalath ເເລະ Teler Sisombath ໄດ້ຮັບລາງວັນອັນຊົງກຽດໃນງານ Asia Top Awards 2023

June 30, 2023 Off By FC

ຍິນດີກັບ Louknam Thidalath ເເລະ Teler Sisombath ຮ່ວມ ຮັບລາງວັນອັນຊົງກຽດໃນງານ Asia Top Awards 2023
Louknam Thidalath ເເລະ Teler Sisombath ຮ່ວມ ຮັບລາງວັນອັນຊົງກຽດໃນງານ Asia Top Awards 2023 ເປັນອີກ ລາງວັນທີ່ ຫນ້າພູມໃຈນຳທັງ ໃຈນາມເປັນໂຕແທນ ສິນລະປິນຈາກປະເທດລາວ ທີ່ຖືກເລືອກຮັບລາງວັນອັນຊົງກຽດນີ້.

ພາຍໃນງານຍັງມີ ສິນລະປິນ ນັກຮ້ອງ ນັກສະແດງ ຈາກຫລາຍປະເທດທົ່ວອາຊີເຂົ້າຮ່ວມຮັບລາງວັນນຳ ເປັນຕົ້ນ ປະເທດໄທ, ເກົາຫລີ, ສປປ ລາວ, ກຳປູເຈຍ, ມຽນມ້າ ແລະ ອີກຫລາຍປະເທດກໍ່ເຂົ້າຮ່ວມງານນີ້ນຳ. ຖືວ່າເປັນງານລວມໂຕທ໋ອບ ດາລາ ເຊເລັບ ຈາກທະວີບອາຊີເລີຍກະວ່າໄດ້.

ທັງນີ້, ຕ້ອງຂໍຂອບໃຈ ຜູ້ໃຫຍ່ ທີ່ໄດ້ເລັງເຫັນ ສະກະຍະພາບ ຄວາມສາມາດ ແລະ ຄວາມທຸ້ມເທ ຂອງ ທັງ 2 ທີ່ໄດ້ຮ່ວມຮັບລາງວັນ ໃນນາມ ສາຂາ Best Actress ແລະ Best actor ຈາກປະເທດ ລາວເຮົາ.
ທີ່ສຳຄັນ ງານນີ້ຖືວ່າເປັນການເປີດປະຕູ ຂອງສາຍອາຊິບ ນັກສະເເດງແລະ ອຸດສາຫະກຳ ການບັນເທິງລາວເຮົາ ກ້າວເຂົ້າສູ່ລະດັບສາກົນ ເພື່ອໃຫ້ສາກົນຮັບຮູ້ເຖິງ ວັດທະນະທຳ ແລະ ອຸດສາຫະກຳວົງການບັນເທິງບ້ານເຮົາ.
ແອັດມິນ ຂໍເປັນກຳລັງໃຈໃຫ້ທັງ 2 ເດີ້.

ສາມາດຕິດຕາມຜົນງານ ແລະ ການເຄື່ອນໃນງານຮັບລາງວັນ ຂອງທັງ2 ສິນລະປິນລາວເຮົາໄດ້ທີ່
Facebook & IG: Louknam Thidalath
Facebook & IG: Teler Sisombath