ອີກໜຶ່ງໜຸ່ມໂຕເຕັງໃນເວທີ Mister universe Laos 2023 ໂປເຕ້ ສີແສງລັດ ຈາກດິນແດນລ້ານຊ້າງ

ອີກໜຶ່ງໜຸ່ມໂຕເຕັງໃນເວທີ Mister universe Laos 2023 ໂປເຕ້ ສີແສງລັດ ຈາກດິນແດນລ້ານຊ້າງ

June 29, 2023 Off By FC

ໜຸ່ມມາດເທ້ ໂປເຕ້ ສີແສງລັດ ຈາກດິນແດນລ້ານຊ້າງ ນໍາສະເໜີແຂວງໄຊຍະບູລີ “ຈົ່ງເລືອກຕັດສິນໃຈເຮັດທັ້ງທີ່ຍັງບໍ່ພ້ອມ ດີກວ່າພ້ອມແລ້ວບໍ່ມີໂອກາດ”
ແນະນໍາໂຕ ສະບາຍດີ ເຕ້ ໂປເຕ້ ສີແສງລັດ 178ຊມ 23ປີ ມາຈາກແຂວງໄຊຍະບູລີ ແລະ ເປັນຕົວແທນນຳສະເຫນີແຂວງໄຊຍະບູລີ ໃນເວທີ Mister universe Laos 2023

ຫາກໍ່ຈົບການສຶກສາຈາກມະຫາວິທະຍາໄລ ສຸພານຸວົງ ຢູ່ຫລວງພະບາງ, ຄະນະ ເສດຖະສາດ ແລະ ການທ່ອງທ່ຽວ, ພາກວິຊາ ບໍລິຫານການທ່ອງທ່ຽວ ແລະ ການໂຮງແຮມ, ສາຂາ ບໍລິຫານການທ່ອງທ່ຽວ. ຄືນ້ອງເປັນຄົນທີ່ມັກ ແລະ ມີຄວາມຫລົງໄຫຼທາງດ້ານການທ່ອງທ່ຽວ ແລະ ການບໍລິການຈຶ່ງເລືອກທີ່ຈະຕັດສິນໃຈໄປຮຽນຢູ່ໃນສາຍນີ້ ເພື່ອເປັນການເສີມສ້າງ ພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການບໍລິການ ແລະ ນຳໄປຕໍ່ຍອດໃນການສ້າງອາຊີບ ຫລື ວຽກເຮັດງານທຳທີ່ດີໄດ້
ນ້ອງເຄີຍສະແດງຫນັງສັ້ນ short film: “Come home “ ໃນປີ2020 ຄວາມສາມາດ ແລະ ພອນສະຫວັນຂອງນ້ອງຄື ການສ້າງ first impression ໃຫ້ກັບຄົນອື່ນໃນຄັ້ງແລກທີ່ເຫັນນ້ອງ, ການເດີນແບບ, ສະແດງ, ຮ້ອງເພງ, ເຕັ້ນ ແລະ ຫລິ້ນ Bowling.
ຜ່ານມາເຄີຍປະກວດ Mister Global Laos 2022 top12 ແລະ ຄວາມຄາດຫວັງໃນເວທີນີ້ກໍ່ຄື ການພິສິດມົງກຸດ ນ້ອງຈະຕ້ອງໄດ້ກາຍເປັນ Mister universe Laos 2023 ແລ້ວກ້າວໄປສູ່ບົນເວທີລະດັບໂລກ.

ທັດສະນະຄະຕິຂອງນ້ອງແມ່ນ ຈົ່ງເລືອກຕັດສິນໃຈເຮັດທັ້ງທີ່ຍັງບໍ່ພ້ອມ ດີກວ່າພ້ອມແລ້ວບໍ່ມີໂອກາດ ເພາະຄົນເຮົາຈະເກັ່ງໄດ້ກໍ່ຕໍ່ເມື່ອມີການຮຽນຮູ້ຈາກປະສົບການຕົວຈິງ.
ໂປເຕ້ບອກວ່າ: ສະເປັກຂອງນ້ອງຄື ເປັນຄົນທີ່ຂ້ອນຂ້າງຈະເວົ້າຫລາຍ, ຂີ້ຫລິ້ນ, ມີຄວາມເປັນຕົວຂອງຕົວເອງ ແລະ ເວລາຢູ່ດ້ວຍແລ້ວຮູ້ສຶກອົບອຸ່ນ
ມີອ້າຍ 1 ຄົນ ຕອນນີ້ແມ່ນເປັນຫມໍຢູ່ໂຮງຫມໍແຂວງໄຊຍະບູລີ

ຖ້ານ້ອງໄດ້ກາຍເປັນ Mister universe Laos 2023 ໂຄງການທີ່ນ້ອງຢາກສົ່ງເສີມຄື RFD = Recycle for dreams ນຳມາໃຊ້ຄືນເພື່ອຄວາມຝັນ ຄືເປັນໂຄງການທີ່ນຳເອົາວັດຖຸສິ່ງຂອງທີ່ໃຊ້ແລ້ວກັບມາໃຊ້ຄືນອີກຄັ້ງຫນຶ່ງ ໂດຍສະເພາະແມ່ນຈຳພວກຕຸກນໍ້າທີ່ເຮົາຈະນຳເອົາມາສ້າງເປັນ Product ເຊັ່ນ: ກະເປົາ, ໂຖດອກໄມ້… ແລ້ວນຳເອົາໄປຂາຍ ສ່ວນເງິນທີ່ໄດ້ຈາກການຂາຍແມ່ນເຮົາຈະນຳເອົາໄປຊ່ວຍເຫລືອເດັກນ້ອຍກໍາພ້າເພື່ອເປັນທຶນການສຶກສາໃຫ້ຂະເຈົ້າໄດ້ມີແຮງສູ້ໃນການຮໍ່າຮຽນແລ້ວກາຍມາເປັນຜູ້ໃຫຍ່ທີ່ດີຢູ່ໃນສັງຄົມລາວເຮົາ ແລະ ຍັງເປັນອີກຊ່ອງທາງຫນຶ່ງໃນການກະຕຸ້ນການສົ່ງເສີມທາງດ້ານການທ່ອງທ່ຽວຂອງລາວເຮົາອີກດ້ວຍ.

ນ້ອງສາມາດເວົ້າໄດ້ 3 ພາສາ: ລາວ, ໄທ, ອັງກິດ ແລະ ຈີນຫນ່ອຍຫນຶ່ງ ສິ່ງທີ່ນ້ອງມີ ແລະ ເຫນາະສົມກັບຕໍ່າແຫນ່ງ Mister Universe Laos ນັ້ນກໍ່ຄື ການເປັນຕົວຂອງຕົວເອງ ເປັນໃນແບບທີ່ດີທີສຸດ ແລະ ພ້ອມທີ່ຈະປ່ຽນແປງເພື່ອການພັດທະນາ ທີ່ຍິ່ງໃຫຍ່ກວ່າເກົ່າໃນການກາຍເປັນນາຍແບບທີ່ມີຊື່ສຽງຂອງປະເທດລາວ ແລະ ນ້ອງເປັນຄົນທີ່ມີຄວາມຫມັ້ນໃຈໃນຕົວເອງຫລາຍໃນການເຮັດສິ່ງໃດກໍ່ຕາມ ແຕ່ຄວາມຫມັ້ນໃຈມັນກໍ່ຕ້ອງມາພ້ອມກັບທັກສະໃສການເອົາຕົວລອດ ແລະ ນ້ອງຄິດວ່ານ້ອງມີສັກກະຍະພາບພຽງພໍໃນການເປັນ Mister universe Laos 2023.

ສຸດທ້າຍແຕ່ບໍ່ທ້າຍສຸດ ກໍ່ຢາກຈະບອກກັບທຸກຄົນວ່າ ຝາກເຕ້ເປັນຫນຶ່ງໃນດວງໃຈ ຊ່ວຍເຊຍ ແລະ ເປັນກຳລັງໃຈໃຫ້ກັບສາຍສະພາຍແຂວງໄຊຍະບູລີແດ່ເດີ ໂດຍສະເພາະແມ່ນຊາວແຂວງໄຊຍະບູລີເຮົາ
Potay Sisangludh