ສສຊ ສພເໜີ ເງິນເດືອນພື້ນຖານຍັງຕ່ຳ ຢ່າງໜ້ອຍຕ້ອງເປັນ 2 ລ້ານກີບອັບ ຈຶ່ງກຸ້ມຕົນເອງໄດ້ !

ສສຊ ສພເໜີ ເງິນເດືອນພື້ນຖານຍັງຕ່ຳ ຢ່າງໜ້ອຍຕ້ອງເປັນ 2 ລ້ານກີບອັບ ຈຶ່ງກຸ້ມຕົນເອງໄດ້ !

June 29, 2023 Off By FC

ກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງ ສະພາແຫ່ງຊາດຊຸດ IX ທີ່ກຳລັງດຳເນີນລະຫວ່າງວັນທີ 26/6 – 18/7 , ຫຼາຍບັນຫາພົ້ນເດັ່ນໄດ້ນຳມາ ປຶກສາຫາລື ຢ່າງກົງໄປກົງມາ ເພື່ອຊອກຫາມາດຕະການແກ້ໄຂ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ທີ່ກົດໜ່ວງເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ບັນຫາທີ່ພົ້ນເດັ່ນ ໄດ້ສສຊ ຫຼາຍທ່ານຍົກມາ ສະເໜີລັດຖະບານຄວນເອົາໃຈ່ໃສ່ແກ້ໄຂຢ່າງຮີບດ່ວນກໍ່ຄື ບັນຫາເງິນເຝີ້, ເງິນກີບອ່ອນຄ່າ, ການຂາດເຂີນແຮງງານ ແລະ ການຄຸ້ມຄອງເງິນຕາຕ່າງປະເທດ.
ສສຊ ຫຼາຍທ່ານໄດ້ປະກອບຄຳເຫັນ ແລະ ຢືນຢັນວ່າໂດຍສະພາບຕົວຈິງ ໃນປັດຈຸບັນນີ້ ລະດັບເງິນເດືອນພື້ນຖານ ຈະບໍ່ສາມາດຮັບປະກັນໄດ້ການໃຊ້ຈ່າຍ ແລະ ຊີວິດຂອງຜູ້ອອກແຮງງານສ່ວນໃຫຍ່ ເຊິ່ງເປັນສາເຫດຫຼັກເຮັດໃຫ້ ກະແສແຮງງານລາວ ເຄື່ອນຍ້າຍອອກຈາກປະເທດເພື່ອຊອກຫາວຽກ ທີ່ມີລາຍໄດ້ດີກວ່າຢູ່ຕາງປະເທດ.

ທ່ານ ສະຖາບັນດິດ ອິນສີຊຽງໃໝ່, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 8 ແຂວງຫົວພັນໄດ້ປະກອບຄຳເຫັນ ແລະ ຍົກໃຫ້ເຫັນເຖິງບັນຫາແຮງງານຂັ້ນຕ່ຳ ເຊິ່ງປັຈຸບັນແມ່ນໄດ້ປັບເພີ່ມຈາກປີຜ່ານມາ 1.200.000 ກີບ ເປັນ 1.300.000 ກີບ ແຕ່ເຖິງຢ່າງໃດກໍຕາມ ກໍຍັງບໍ່ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ.

ສສຊ ກໍ່ນຳຜົນສໍາຫລວດຂອງສະຖາບັນການຄ້າ ໃນປີ 2023 ເຫັນວ່າວິສາຫະກິດຂະໜາດນ້ອຍ ແລະ ກາງ 70% ເຫັນດີໃຫ້ເພີ່ມຄ່າແຮງງານໃຫ້ຢູ່ໃນລະດັບ 1.800.000 – 2 000.000 ກີບ (ປະມານ 95-105 ໂດລາສະຫະລັດ), ທັງນີ້ ກໍເພື່ອຄຳນຶງເຖິງຄວາມຢູ່ລອດຂອງແຮງງານ, ໃນຂະນະທີມີພຽງ 15% ບໍ່ເຫັນດີໃຫ້ເພີ່ມຄ່າແຮງງານ.

ຜົນສຳຫຼວດຂອງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເປີດເຜີຍໃນເດືອນຜ່ານມາກໍ່ຊີ້ໃຫ້ເຫັນ ຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ບັນຫາເງິນເຝີ້ ເປັນສາເຫດເຮັດໃຫ້ ແຮງງານລາວ ປະມານ 61 ພັນຄົນ ວ່າງງານ ຫຼື ບໍ່ສາມາດຊອກຫາວຽກທີ່ເໝາະສົມເນື່ອງຈາກວ່າອັດຕາເງິນເດືອນພື້ນຖານບໍ່ສາມາດຮັບປະກັນຊີວິດການເປັນຢູ່.

ເດືອນພຶດສະພາ ຜ່ານມາ, ລັດຖະບານໄດ້ເຫັນດີ ເພີ່ມຄ່າແຮງງານຂັ້ນຕ່ຳ ເປັນ 1.300.000 ກີບ ໂດຍເລີ່ມປະຕິບັດໃນວັນທີ 01 ພຶດສະພາ 2023 ເປັນຕົ້ນໄປ ແຕ່ຂະແໜງກຳມະບານ ກໍ່ສະເໜີວ່າຈະໄດ້ປັບຂື້ນເປັນ 1.500.000 ກີບ ຈຶງເໝາະສົມກັບສະພາບເປັນຈິງ.