ອັນຕະລາຍເກີດຂຶ້ນໄດ້ແບບບໍ່ຄາດຄິດ ເກີດເຫດທາງເລື່ອນດູດຂາ ຂາດເລີຍ ຕາຢ້ານອີ່ຫຼີ່ ມີສະຕິນໍາກັນ

ອັນຕະລາຍເກີດຂຶ້ນໄດ້ແບບບໍ່ຄາດຄິດ ເກີດເຫດທາງເລື່ອນດູດຂາ ຂາດເລີຍ ຕາຢ້ານອີ່ຫຼີ່ ມີສະຕິນໍາກັນ

June 29, 2023 Off By FC

ຂ່າວຕ່າງປະເທດ ເປັນຕາຢ້ານແທ້ໆ! ຕ້ອງໄດ້ລະມັດລະວັງຕື່ມ! ເກີດເຫດທາງເລື່ອນດູດຂາຊ້າຍຂາດ‼

ໃນວັນທີ 29 ມິຖຸນາ 2023 ເວລາປະມານ 08:30 ນາທີ ຜ່ານມາ, ໄດ້ເກີດອຸບັດເຫດ ຜູ້ໂດຍສານເປັນເພດຍິງ ຖືກທາງເລື່ອນດູດຂາຊ້າຍຂາດ ທີ່ ສະໜາມບິນດອນເມືອງ ປະເທດໄທ, ໃນຂະນະນັ້ນທາງເຈົ້າໜ້າທີ່ສະໜາມບິນກໍໄດ້ດູແລນຳສົ່ງຜູ້ບາດເຈັບໄປໂຮງໝໍ ແລະ ພ້ອມຮັບຜິດຊອບຄ່າປົວ, ຄ່າຊົດເຊີຍຢ່າງເຕັມທີ່.

ພາຍຫຼັງທີ່ໄດ້ເກີດເຫດ ຜູ້ບໍລິຫານທ່າອາກາດດອນເມືອງ ໄດ້ລົງພື້ນທີ່ເພື່ອກວດສອບ ແລະ ສັ່ງການເພື່ອຫາສາເຫດທີ່ເກີດຂຶ້ນ, ເລັ່ງນຳທີມວິສະວະກອນເຂົ້າກວດສອບຫາສາເຫດໂດຍລະອຽດ.

.

Cr.Khaosao online