
ພູທີ່ສູງທີ່ສຸດໃນປະເທດລາວ ຄືພູຫຍັງ ?
June 29, 2023ສປປລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມີເນື້ອທີ່ທັງໝົດ 236. 800 ກິໂລຕາແມັດ ຕັ້ງຢູ່ ອາຊີຕາເວັນອອກສ່ຽງໃຕ້ ມີຊາຍແດນຕິດຈອດກັນກັບປະເທດ ກຳປູເຈຍ, ມຽນມາ, ໄທ,ຫວຽດນາມ ແລະ ຈີນ.
ພູມສັນຖານຂອງປະເທດລາວສ່ວນໃຫຍ່ເປັນເຂດພູດອຍ ໂດຍສະເພາະຢູ່ທາງພາກເໜືອ ຈິ່ງມີບັນດາພູສູງ ລະດັບ2ພັນແມັດຈາກລະດັບນໍ້າທະເລ ຫຼາຍພູດ້ວຍກັນ ເຊິ່ງສ່ວນໃຫຍ່ນອນໃນເຂດພາກເໜືອ ແລະ ພາກກາງ
ອີງຕາມຖານຂໍ້ມູນຈາກສູນສະຖິຕິແຫ່ງຊາດ ກະຊວງແຜນການແລະການລົງທຶນ 10 ພູທີ່ສູງທີ່ສຸດໃນປະເທດລາວ ມີດັ່ງນີ້:
ອັນດັບ 10 ພູສັນຈັນຕາ ແຂວງຫລວງພະບາງ ສູງ1.972 ແມັດ
ອັນດັບ 9 ພູເຂົ້າຫມ້ຽງ ແຂວງໄຊຍະບູລີ 2.007 ແມັດ
ອັນດັບ 8 ພູປານ ແຂວງຫົວພັນ 2.079ແມັດ
ອັນດັບ 7 ພູເລົາປີ ແຂວງຫລວງພະບາງ 2.079ແມັດ
ອັນດັບ 6 ພູສັນ ແຂວງຊຽງຂວາງ 2.218ແມັດ
ອັນດັບ 5 ພູສອຍ ແຂວງຫລວງພະບາງ 2.257ແມັດ
ອັນດັບ 4 ພູຫວດ ແຂວງຫົວພັນ 2.452ແມັດ
ອັນດັບ 3 ພູສາມສຸມ ແຂວງຊຽງຂວາງ 2.620ແມັດ
ອັນດັບ 2 ພູຊາວ ແຂວງຊຽງຂວາງ 2.690ແມັດ
ອັນດັບ 1 ພູເບ້ຍ ແຂວງໄຊສົມບູນ 2.820ແມັດ