
ຍິງໃດມີ “ເຮືອນ3 ນ້ຳ 4” ເປັນຍິງດີເລີດລ້ຳ ສົມຄວນແທ້ແມ່ເຈົ້າເຮືອນ ແມ່ນຫວາ ?
June 27, 2023“ເຮືອນ3 ນ້ຳ 4″ ຍິງໃດສົມບູນໄດ້ດ້ວຍເຮືອນສາມນ້ຳສີ່ ເປັນຍິງທີ່ດີເລີດລ້ຳ ສົມຄວນແທ້ແມ່ເຈົ້າເຮືອນ ”
ໃນສະໄຫມບູຮານ ຮີດຄອງປະເພນີຂອງລາວແມ່ນມີຄຳແນະນຳ
ສຕຣີ ຜູ້ເປັນລູກຫລານໃຫ້ຮູ້ຈັກຮັກສາໜ້າທີ່ຂອງຜູ້ຍິງ ທີ່ຄວນມີໄວ້
ໃນພາລະກິດປະຈຳວັນຂອງຕົນ ຄຳວ່າເຮືອນສາມນ້ຳສີ່ນັ້ນໄດ້ແກ່ :
1. ເຮືອນນອນ: ກໍແມ່ນສະຖານທີ່ພັກຜ່ອນຫລັບນອນ ແລະເປັນທີ່ສ້າງ ຄວາມໜ້າຢູ່ ໃຫ້ມີຄວາມຮົ່ມເຢັນແກ່ຜູ່ທີ່ມາຂໍເພິ່ງພາອາໄສ ແລະຄວນ ເປັນລະບຽບ ຮຽບຮ້ອຍຄວນມ້ຽນເຊັດຖູ ເກັບຜ້າແພພັນເຄື່ອງນຸ່ງຫົ່ມ ໃຫ້ເປັນທີ່ສະອາດຫູສະອາດຕາແກ່ຜູ້ພົບເຫັນ
2.ເຮືອນຄົວ: ແນ່ນອນເຮືອນຄົວນັ້ນກໍເປັນບ່ອນທີ່ມີໄວ້ ສຳຫລັງປຸງ ແຕ່ງອາຫານການກີນ ດັ່ງນັ້ນ ຜູ້ເປັນແມ່ບ້ານຈຶ່ງຕ້ອງມີໜ້າທີ່ຮັກສາທຳຄວາມສະອາດປັດກວາດ ໃຫ້ມັນສະອາດແລະເປັນລະບຽບຮຽບຮ້ອຍຢູ່ສະເຫມີ
3. ເຮືອນຜົມ: ສຕຣີລາວໃນຍຸກບູຮານແມ່ນ ມັກໄວ້ຜົມຍາວດຳສະນິດ ເອົາໄວ້ເກົ້າເປັນມວຍງາມ ສະນັ້ນ ຜູ້ຍິງຈຶ່ງຕ້ອງຮູ້ຈັກ ຮັກສາຜົມທີ່ ຍາວດຳໃຫ້ມັນສະອາດ ໃຫ້ມັນຖືກຫວີ ຈົບງາມພາໃຫ້ ຜູ້ພົບເຫັນຮູ້ ສຶກສະອອນຕາ ເມື່ອໄດ້ຊົມ ໄດ້ເບີ່ງ ການເກົ້າຜົມດຳ ເປັນເງົາງາມ ພາໃຫ້ເຊີດຊູ ບຸກຄະລິກບໍ່ແມ່ນຈະປະປ່ອຍ ໃຫ້ມັນຫຍຸ້ງເຫຍີງຂາດ ການເອົາໃຈໃສ່
ນໍ້າ 1 ນໍ້າຄຳ ຫມາຍເຖິງຄຳເວົ້າຄຳຈາຂອງແມ່ຍິງ ເຊິ່ງຈະຕ້ອງ ເວົ້າຈາມ່ວນຫູ ຫລືເວົ້ານົວຫົວມ່ວນນັ້ນເອງ ເວົ້າຈາຊື່ກົງສະເໝີຕົ້ນ ສະເໝີປາຍ ບໍ່ເວົ້າໂລເລ ແລະຮູ້ກາລະເທສະໃນການເວົ້າຈາ. (ນ້ຳຄຳ)
ນໍ້າ 2 ກໍແມ່ນນໍ້າສະອາດບໍລິສຸດ ເອົາໄວ້ດື່ມກີນ ຕັກນໍ້າກີນໃສ່ ອຸໄວ້ ໜ້າຂັ້ນໃດເຮືອນ ເພື່ອຜູ້ໃດຜ່ານມາຈະໄດ້ ແວະເຊົາກີນນໍ້າ ໃນອຸໄດ້ແລະກໍເພື່ອສຳລັບຄົນໃນເຮືອນດ້ວຍ ດັ່ງນັ້ນຄົນລາວບູຮານເພີ່ນຈຶ່ງສັ່ງສອນວ່າ ຢ່າໃຫ້ແມງງ່ອງແງ່ງລົງຫລີ້ນນໍ້າ ແອ່ງກີນ ຢ່າໃຫ້ມີຂີ້ໝີ່ນມ້ຽງສະນິມໄຄໃຕ້ກົ້ນແອ່ງ ຢ່າໃຫ້ນໍ້າຂອດແຫ້ງ ແລງເຊົ້າໃຫ້ເຈົ້າຂົນໃສ່ເດີ…ຜູ້ໃດຫີວນໍ້າຍາມໃດ ແມ່ນກີນໄດ້ຍາມນັ້ນ ຢ່າໃຫ້ໄຫໃນບ້ານ ຂາດແຫ້ງ ຢ່າໃຫ້ແອ່ງ ຂາດກ້ຽງ ຊາວບ້ານຊິກ່າວຂວັນ (ນ້ຳກິນນ້ຳໃຊ້)
ນໍ້າ 3 ໄດ້ແກ່ນໍ້າທີ່ຄວນໃສ່ໃນເຕົ້າປູນ ຜູ້ໃດເປັນແມ່ເຮືອນກໍຕ້ອງ ຮັກສານໍ້າໃນກະບອກປູນ ຢ່າໃຫ້ມັນແຫ້ງເລີຍ ເພາະເມື່ອຫາກມີ
ແຂກ ມາຢ້ຽມຢາມກໍຕ້ອງໄດ້ເອົາຂັນໝາກ ຂັນພູ ສູ່ແຂກ ຜູ້ມາ ຢາມຖາມຂ່າວຄາວສຸກທຸກຕາມ ອັດທະຍາໄສອັນຈົບງາມ
ຂອງຊາວລາວບູຮານ (ນ້ຳເຕົ້າປູນ)
ນໍ້າ 4 ອັນນີ້ໝາຍເຖີງນໍ້າຈິດນໍ້າໃຈ ຂອງເຈົ້າແມ່ເຮືອນ ໂດຍຕ້ອງ ເປັນຄົນໃຈກວ້າງ ເຜື່ອແຜ່ ແກ່ຍາດຕິພີ່ນ້ອງ ຂອງຝ່າຍສາມີ ແລະ
ຝ່າຍຕົນ ໃຫ້ມັນສະເຫມີພາບກັນ ເຊັ່ນວ່າ ຢ່າໄດ້ມີຄຳຂົມ ຕໍ່ໃຜພໍ ນ້ອຍ ຢ່າໄດ້ຄອຍຫາຂໍ້ງໍແງຮ້ອຍແງ່ ຄຽດຂໍ້ລໍ້ແຂ່ແຫລ້ແນວນີ້ມັນ
ບໍ່ດີນໍຂໍໃຫ້ແມ່ເຮືອນເຈົ້າເຮັດຕາມບູຮານເກົ່າ ຈຶ່ງຊິມີຂື້ນໄດ້ ຄວາມ ໄຮ້ຈະໜີໄກພຸ້ນແລ້ວ (ນ້ຳໃຈ)
ເຮືອນ 3 ນໍ້າ 4 ເປັນຄຳສັ່ງສອນບູຮານໃຫ້ຄົນຮຸ້ນໃຫມ່ ນຳໄປຮິ່ນຕອງ ແລະສາມາດປະຕິບັດໄດ້ຕາມການປັບຕົວເອງ ໃຫ້ເຂົ້າກັບ
ຍຸກໂລກາພິວັດ ເພື່ອສຸຂະພາບ ແລະ ອະນາມັຍ ແລະສືບຕໍ່ກິລິຍາອັນໜ້າພາກພູມໃຈ ຂອງຄວາມມີມາລະຍາດດີ ກິລິຍາຄ່ອງ ຂອງ
ຜູ້ຍິງລາວສືບຕໍ່ໄປ.