ອາດອັນຕະລາຍເຖິງແກ່ຊີວິດ!!! ຫ້າມກິນໝີ່ກັບ 2 ສິ່ງນີ້ເດັດຂາດ

ອາດອັນຕະລາຍເຖິງແກ່ຊີວິດ!!! ຫ້າມກິນໝີ່ກັບ 2 ສິ່ງນີ້ເດັດຂາດ

June 25, 2023 Off By FC

ຂ່າວປະເທດເພື່ອນບ້ານເຕືອນ ອາດຕາຍແບບບໍ່ຮູ້ໂຕ ຫ້າມກິນໝີ່ເຄິ່ງສໍາເລັດຮູບ ກັບ 2 ສິ່ງນີ້
2 ສິ່ງທີ່ວ່ານັ້ນຄື ມັນດ້າງ ແລະ ນໍ້າອັດລົມ

ໂດຍໃນຂ່າວລະບຸວ່າ ທີາງເມືອງຫາງໂຈ ປະເທດຈຮີນ ມີຜູ້ຊາຍຄົນໜຶ່ງຕ້ອງເຂົ້າໂຮງໝໍ ຮັບການຮັກສາແບບສຸກເສີນ ເນື່ອງຈາກເຈັບທ້ອງແຮງ ຫຼັງຈາກທີ່ເຂົາໄດ້ສະແກນ X-ray ໝໍກວດພົບວ່າກະເພາະຂອງເຂົາຂະຫຍາຍຕົວຂຶ້ນຜິດປົກກະຕິ ຈຶ່ງຕັດສິນໃຈຕໍ່ທໍ່ເພື່ອນໍາລົມພາຍໃນກະເພາະອອກມາ

ແລະ ຍັງຄົ້ນພົບຂອງເຫຼວທີ່ໜຽວຂຸ້ນ ແລະ ເສດອາຫານຕິດຢູ່ຂ້າງໃນ
ໂດຍຊາຍຄົນນັ້ນບອກວ່າ ກ່ອນນອນເຂົາກິນໝີ່ເຄິ່ງສໍາເລັດຮູບ ມັນດ້າງ ແລະ ນໍ້າອັດລົມ ຫຼັງຈາກນັ້ນເຂົາກໍນອນບໍ່ຫຼັບເພາະຮູ້ສຶກແໜ້ນທ້ອງ ເຊົ້າມື້ຕໍ່ມາກໍຮູ້ສຶກປວດແນ້ນ ແລະ ມື້ຕໍ່ມາກໍຮູ້ສຶກເຈັບປວດທ້ອງຂຶ້ນເລື້ອຍ
ເມື່ອໝໍໄດ້ຍິນແນວນັ້ນຈຶ້ງຫຍິບເອົາໝີ່ເຄິ່ງສໍາເລັດຮູບນໍ້າອັດລົມມາປະສົມກັນໃນຖົງ ເຮັດໃຫ້ເຫັນວ່າມີແກສ ຄາບອນດາຍອອກຊາຍເປັນຈໍານວນຫຼາຍ ເສັ້ນໝີ່ ເມື່ອລວມກັນກັບມັນດ້າງ ຈະເຮັດໃຫ້ເກີດຕະກອນທີ່ໜຽວຂຸ້ນ ແລະ ເປັນເພາະວ່າໃນຊ່ວງທີ່ເຮົາຫຼັບກະເພາະ ແລະ ລໍາໄສ້ຈະເຮັດວຽກຊ້າລົງ ຈຶ່ງເຮັດໃຫ້ເກີດແກສ ສະສົມຫຼາຍຂຶ້ນ ຈົນເກີດໃຫ້ເກີດພາວະຂະຫຍາຍຕົວຢ່າງກະທັນຫັນ

ແຕ່ສໍາລັບໝີ່ກັບນ້າອັດລົມ ທາງແພດກໍໄດ້ມີການທົດລອງ ຄື ນໍາເອົາໝີ່ເຄິ່ງສໍາເລັດຮູບພ້ອມເຄື່ອງປຸງນໍາໃສ່ຖົງ ແລ້ວເມນໍ້າອັດລົມໃສ່ ປິດຝາຖົງໄວ້ ຈາກນັ້ນມັນຈະຄ່ອຍໆໂພງຂຶ້ນ ແຖມຍັງຂະຫຍາຍໂຕເບັງ
ແລະລອງອີກທີ ນໍາໝີ່ເຄິ່ງສໍາເລັດຮູບສອງຫໍ່ກັບນໍ້າອັດລົມສອງແກ້ວມາປະສົມກັນ ແບ່ງເປັນ 2 ຖົງ ເບິ່ງຜົນ ທັງ 2 ຖົງ ກໍໂພງຂຶ້ນເບັງຂຶ້ນຕາມພາບ

ແຕ່ທັງນີ້ທັງນັ້ນກໍບໍ່ໄດ້ດ່ວນສະຫຼຸບວ່າທຸກຄົນທີ່ຮັບປະທານເຂົ້າໄປຈະເປັນແບບນີ້ໝົດ ເພາະຫຼັງຈາກເລື່ອງນີ້ໄດ້ເຜີຍແຜ່ອອກໄປ ກໍມີຄົນມາສະແດງຄວາມຄິດເຫັນກັນຫຼາຍ ມີຫຼາຍຄົນທີ່ຄອມເມັ້ນວ່າ ກະເພາະຄົນເຮົາບໍ່ຄືກັບຖົງ ເພາະຮ່າງກາຍຂອງຄົນເຮົາກິນເຂົ້າໄປ ກໍຕ້ອງອອກຢູ່ດີ ແລະ ທີ່ສໍາຄັນຕ້ອງຂຶ້ນກັບລະບົບຍ່ອຍຂອງແຕ່ລະຄົນ ຖ້າຍ່ອຍດີທ້ອງກໍຈະບໍ່ອືດ ແນ່ນອນວ່າຖ້າມີແກສໃນກະເພາະຫຼາຍທ້ອງຈະອືດ ແລະ ທາງທີ່ດີ ເຮົາຄວນຫຼີກລ້ຽງອາຫານທີ່ເຮັດໃຫ້ທ້ອງອືດງ່າຍ ຢ່າງນໍ້າອັດລົມ …. ແລະ ອື່ນໆ