ແຂ້ວແມງ ປົວໄດ້ດວຍສະໜຸນໄພນີ້

ແຂ້ວແມງ ປົວໄດ້ດວຍສະໜຸນໄພນີ້

June 23, 2023 Off By FC

ເຄີຍເຫັນກັນຫຼືບໍ່ ຕັ້ງແຕ່ປູ່ຍ່າຕາຍາຍ ເອົາຕົ້ນນີ້ມາປົວແຂ້ວແມງ ເຊີ່ງໃຫ້ໃຜກິນແລ້ວດີ ທ່ານໃດທີ່ມີບັນຫາທາງດ້ານແຂ້ວແມງ,ແຂ້ວຫ້ຽນ,ແຂ້ວມີຮູ ສາເຫດມາຈາກແມງກິນ ລອງນຳເອົາຢາພື້ນເມືອງຊະນິດນີ້ໄປໃຊ້ລອງເບີ່ງຮັບຮອງວ່າໄດ້ຜົນ
ຢານີ້ຫຼາຍທ່ານເຄີຍຮູ້,ເຄີຍກິນເດັດຍອດມາກັບແຈ່ມປາເຄັມຢານີ້ຢູ່ຊຽງຂວາງເຂົາຮ້ອງກັນວ່າ: ຫຍ້າໜາມພະຍາ ຢູ່ຊຽງຂວາງມີຫຼາຍ ສັບພະຄຸນຄືປົວແຂ້ວແມງ
ວິທີປົວດັ່ງລຸ່ມນີ້:

1 ນຳໄປຂຸດເອົາຮາກມາລ້າງໃຫ້ສະອາດ (ໃຫ້ເອົາຕອນແລງຕອນຕາເວັນຕົກດິນ)
2 ນຳຮາກຢາມາຕົ້ມໃຫ້ໄດ້ນໍ້າປະມານ4-5ຈອກ(ຕົ້ມດົນປະມານ20-30ນາທີ)

3 ປະໃຫ້ນ້ຳອຸ່ນ ແລ້ວນຳເອົານ້ຳຕົ້ມຢາມາອົມ ອົມໄດ້ດົນຍິ່ງດີ (ອາການຈະເປັນສີຮືນໆປາກ)
4 ຖ້າແຂ້ວມີຮູແມງກິນໃຫ້ນຳເອົາມີດຄູດເອົາເປືອກຢາທີ່ຕົ້ມແລ້ວມາຍັດໃສ່ບ່ອນທີ່ເປັນຮູແລ້ວອົມໄວ້(ອົມໄວ້ຕອນນອນຍີ່ງດີ)
ແຊຣ໌ຕໍ່ກັນເດີ

ຈາກ: Chong Inpanya