ເຊັນເສື້ອ ຫຼື ບໍ່ເຊັນເສື້ອ ກາຍເປັນປະເດັນ ເມື່ອຮຽນຈົບມໍ 7 !!! ຄິດເຫັນກັນແນວໃດເລື່ອງນີ້

ເຊັນເສື້ອ ຫຼື ບໍ່ເຊັນເສື້ອ ກາຍເປັນປະເດັນ ເມື່ອຮຽນຈົບມໍ 7 !!! ຄິດເຫັນກັນແນວໃດເລື່ອງນີ້

June 23, 2023 Off By FC

ຄົນ ມື້ນີ້ 23 ມິຖຸນາ 2023 ເປັນມື້ສຸດທ້າຍຂອງການສອບເສັງຊັ້ນ ມ7 ໃນທົ່ວປະເທດ ແລະໜຶ່ງກິດຈະກຳຍອດຮີດຂອງຜູ້ເສັງຈົບຊັ້ນຄືການເຊັນໃສ່ເສື້ອຂາວ ບາງຄົນອາດເກັບໄວ້ ເປັນທີ່ລະນຶກ ແລະຈຳນວນໜຶ່ງກໍເຮັດໄປພໍເປັນຂະບວນການເອົາຊື່ໆ.

ກິດຈະກຳມ່ວນຊື່ນດ້ວຍການເຊັນໃສ່ເສື້ອນັກຮຽນໃນປີສຸດທ້າຍຂອງສາຍສາມັນນັ້ນ ເວົ້າໄດ້ວ່າປະຕິບັດກັນມາຫຼາຍປີຈົນເກືອບຈະກາຍເປັນປະເພນີແລ້ວ ແຕ່ປີນີ້ມາແປກ ນ້ອງໆນັກຮຽນກຸ່ມໜຶ່ງພາກັນຂຽນຂໍ້ຄວາມຖ່າຍຮູບລົງໂຊຊຽວ ແລະເນື້ອໃນໃຈຄວາມທຳນອງວ່າ ຈະບໍ່ເຊັນໃສ່ເສື້ອຈະເອົາໄປບໍລິຈາກໃຫ້ລຸ້ນນ້ອງຕໍ່, ບາງຄົນກໍ່ວ່າຈະໃຫ້ນ້ອງຢູ່ເຮືອນນຸ່ງ ຜູ້ບໍມີນ້ອງກໍຈະເອົາໄປມອບຕໍ່ໃຫ້ຜູ້ບໍມີລວມເຖິງປື້ມແບບຮຽນອຸປະກອນຕ່າງ.
ພາຍຫຼັງຮູບເຫຼົ່ານັ້ນຖືກໂພສອອກໄປ ການເຮັດວຽກຂອງໂລກໂຊຊຽວກໍ່ເຮັດໜ້າທີ່ຂອງມັນຢ່າງໄວວາ ເອີ້ນວ່າກາຍເປັນເລື່ອງລາວທັອບອັອບເດີ້ທາວເລີຍລະ!

ຊຶ່ງການສ້າງຄອນເທັນ ກໍ່ຄືປຸກກະແສບໍ່ເຊັນໃສ່ເສື້ອນັ້ນ ຄົນສ່ວນໃຫຍ່ກໍ່ສະແດງຄວາມຄິດເຫັນວ່າເປັນສິ່ງທີ່ດີ ທີ່ເຄື່ອງຂອງເຫຼົ່ານັ້ນຈະບໍ່ຖືກຖີມ ແຕ່ມັນຈະໄປສ້າງປະໂຫຍດໃຫ້ກັບເຈົ້າຂອງໃໝ່ຕໍ່ໄປຄຸນຄ່າຂອງຜ້າຜືນໜຶ່ງຈະໃຫ້ຄວາມອົບອຸ່ນແກ່ຫຼາຍເຈົ້າ ແຕ່ໃນມຸມກັບກັນມີຄົນສ່ວນໜຶ່ງກໍ່ມີຄວາມເຫັນຕ້ານກັບໃນຄວາມຄິດນີ້ ໂດຍບອກວ່າ ການບໍລິຈາກເຮັດເມື່ອໃດກໍ່ໄດ້ ແຕ່ເສື້ອມີພຽງຜືນດຽວ ຈົບໄດ້ພຽງເທື່ອດຽວໃນຊີວິດ ຫຼັງຈາກນັ້ນໝູ່ຄູ່ທີ່ຮຽນນຳກັນມາກໍ່ຈະໄດ້ອຳລາພາຈາກແຍກຍ້າຍກັນໄປຮຽນວິຊາຊີບຂອງໃຜລາວ ບໍ່ຮູ້ຈະພໍ້ກັນອີກເມື່ອໃດ ຖ້າເຊັນໄວ້ ແລ້ວຮັກສາໃຫ້ດີຫຼາຍປີກັບມາເບິ່ງກໍ່ຍັງສ້າງຮອຍຍີ້ມ ແລະເຮັດໃຫ້ນຶກເຖິງຄວາມຊົງຈຳໃນໄວນີ້ໄດ້.

ເອົາເປັນວ່າ ຂຶ້ນກັບຄວາມສະໝັກໃຈຂອງໃຜລາວ ເພາະເສື້ອຜືນດຽວບາງທີບໍ່ມີປະໂຫຍດກັບເຮົາແລ້ວແຕ່ກໍຍັງມີຄ່າມະຫາສານສຳລັບຄົນອື່ນ ຫຼື ຖ້າຢາກຈະເກັບໄວ້ເປັນທີ່ລະນຶກຢາກເກັບຊື່ ແລະລາຍມືໝູ່ໄວ້ເບິ່ງຕາງໜ້າໄປອີກຫຼາຍປີກໍ່ຂຶ້ນກັບຕົວນ້ອງໆເອງນັ້ນລະ