ຢືນຢັນ ບໍ່ມີປະຕິຫານ Titan ເຮືຶອທີ່ພາທ່ຽວຊົມ ຊາກເຮືອ Titanic ລະເບີດໃຕ້ມະຫາສະໝຸດ ມະຫາເສດຖີລູກເຮືອບໍ່ລອດ R.I.P

ຢືນຢັນ ບໍ່ມີປະຕິຫານ Titan ເຮືຶອທີ່ພາທ່ຽວຊົມ ຊາກເຮືອ Titanic ລະເບີດໃຕ້ມະຫາສະໝຸດ ມະຫາເສດຖີລູກເຮືອບໍ່ລອດ R.I.P

June 23, 2023 Off By FC

ເຮືຶອທີ່ພາທ່ຽວຊົມ ຊາກເຮືອ ໄທທານິກ ທີ່ຈົມລຶກລົງມະຫາສະໝຸດ
ເຊື່ອວ່າຫຼາຍຄົນຕິດຕາມຂ່າວນີ້ ເຊິ່ງຫຼ້າສຸດ ກໍມີການຢືນຍັນແລ້ວວ່າ ເຮືອດໍານໍ້າໄທທັນ ເຮືຶອທີ່ພາທ່ຽວຊົມ ຊາກເຮືອ ໄທທານິກ ທີ່ຈົມລຶກລົງມະຫາສະໝຸດ ນັ້ນໄດ້ລະເບີດ ຜູ້ໂດຍສານດັບຍກລໍາ
ພົບຊາກໃກ້ກັບເຮືອໄທທານິກ

ເຈົ້າໜ້າທີ່ຝັ່ງສະຫາລັດອາເມລິກາຈ້ງເຊົ້າມື້ນີ້່າ ພົບຊາກ ສິ້ນສ່ວນ Pressure Chamber (ຝາໂຄບດ້ານຫຼັງ ແລະ ໂຄ້ງຂອງຝາເຮືອ) ກການໃຊ້ຫຸ່ນຍົນດໍານໍ້າ ROV ຄົ້ນຫາໃນພື້ນທີ່ ເຊິ່ງສະພາບເຮືອດໍານໍ້າຢູ່ໃນສະພາບແຮງດັນລະເບີດ ເຮັດໃຫ້ຜູ້ທີ່ຢູ່ໃນເຮືອທັງ 5 ຄົນ ເສຍຊີວິດ ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້ນໍາ

ຫຼັງຈາກເຮືທອດໍານໍ້າໄທທັນ ພາມະຫາເສດຖີຄົນສໍາຄັນລະດັບໂລກ ລົງເຮືອດໍານໍ້າໄປຊົມຊາກເຮືອ ໄທທານິກ ທີ່ຈົມໃນມະຫາສະໝຸດແອັດແລນຕິກ ລົງໄປ 3,8 ກິໂລແມັດ ເຊິ່ງໃຊ້ຄ່າໃຊ້ຈ່າຍເກືອບ 9 ລ້ານບາດຕໍ່ຄົນ ແຕ່ຫຼັງຈາກລົງເຮືອໄປພຽງ 1 45 ນາທີ ເຮືອກໍໄດ້ສູນຫາຍ

ນັບເປັນເຫດການລຸ້ນລະທຶກ ເພາະການຄົ້ນຫາຕ້ອງແຂ່ງກັບເວລາ ເນື່ອງຈາກອາກາດໃນເຮືອດໍານໍ້າສາມາດຢູ່ໄດ້ພຽງ 98 ຊົ່ວໂມງເທົ່ານັ້ນ ແຕ່ຈາກການຄົ້ນພົບວ່າວັດຖຸສ້າງເຮືອເຮັດດ້ວຍຄາບອນໄຟເບີບໍ່ໄດ້ມາດຕະຖານ ເຮັດໃຫ້ທົນແຮງດັນໃຕ້ມະຫາສະໝຸດບໍ່ໄຫວ

ທັ້ງນີ້ຂ່າວຕ່າງປະເທດກໍລາຍງານວ່າ ກ່ອນຜູ້ໂດຍສານຈະລົງເຮືອໄປ ໄດ້ມີການເຊັນສັນຍາຍອມຮັບຄວາມສ່ຽງ ເນື່ອງຈາກເຮືອດໍານໍ້າ ຂອງ Ocean Gate ຍັງບໍ່ຜ່ານມາດຕະຖານການຮັບຮອງ ຜູ້ທີ່ລົງເຮືອຖືເປັນການສະໝັກໃຈ