“ຜັກກະເດົາ” ຂົມ ແຕ່ເປັນຢາ ສາມາດປິ່ນປົວພະຍາດໄດ້ ສາລະພັດ ຢ່າງ

“ຜັກກະເດົາ” ຂົມ ແຕ່ເປັນຢາ ສາມາດປິ່ນປົວພະຍາດໄດ້ ສາລະພັດ ຢ່າງ

June 22, 2023 Off By FC

ຜັກກະເດົາ ເຊື່ອກັນວ່າເປັນພືດສະເພາະຖິ່ນຂອງປະເທດມຽນມ້າ ແລະ ອິນເດຍ. ສາມາດປິ່ນປົວພະຍາດໄດ້ ເປັນ 1.000 ຢ່າງ. ຢູ່ໃນລາວ ຜັກກະເດົາສ່ວນຫຼາຍໃຊ້ແຕ່ດອກ ແລະ ໃບອ່ອນເພື່ອກິນເປັນຜັກກັບລາບ ທີ່ເປັນອາຫານຈານແຊບ ຂອງລາວເຮົາ

ໝາກຂອງມັນນັ້ນມີລົດຫວານ ແລະ ກິນໄດ້.
ສ່ວນໃບ ແລະ ແກ່ນນັ້ນ ບັນຈຸມີນ້ຳມັນທີ່ໃຊ້ປາບສັດຕູພືດໄດ້ ພ້ອມທັງມີຄຸນສົມບັດຊ່ວຍຕ້ານພະຍາດເບົາຫວານອີກດ້ວຍ

ນ້ຳ ທີ່ໄດ້ຈາກໃບ ສາມາດປ້ອງກັນແມງໄມ້ກິນໃບພືດໄດ້ເຖິງ 300 ຊະນິດ ໂດຍທີ່ບໍ່ມີຜົນກະທົບຕໍ່ແມງໄມ້ຈຳພວກປະສົມເກສອນທີ່ເປັນຜົນປະໂຫຍດ ເຊັ່ນ: ເຜີ້ງເປັນຕົ້ນ ແລະ ພາຍຫຼັງທີ່ນຳໄປປຸງແຕ່ງບາງຂັ້ນຕອນມັນກໍ່ສາມາດໃຊ້ໃນອຸດສາຫະກຳຜະລິດສະບູ, ຢາສີຟັນ, ນ້ຳມັນລໍ່ລຶ່ນ ແລະ ເຄື່ອງສຳອາງຕ່າງໆໄດ້.

ສ່ວນເປືອກນັ້ນ ກໍ່ບັນຈຸມີສານຝາດ, ເສັ້ນໄຍສຳລັບເຮັດເຊືອກ ແລະ ຢາງສຳລັບເຮັດກາວໜຽວ. ນອກຈາກນັ້ນ, ເປືອກກໍ່ຍັງຖືກນຳໃຊ້ເພື່ອການປຸງແຕ່ງຢາ ເຊັ່ນ: ຢາປ້ອງກັນໄຂ້ຍູງ, ສ່ວນໃບກໍ່ນຳໃຊ້ເຂົ້າໃນການເຮັດຝຸ່ນຂຽວ, ເປັນວັດສະດຸປົກຄຸມຂຸມປູກໄມ້ ແລະ ບາງເທື່ອກໍ່ໃຊ້ເພື່ອເປັນອາຫານສັດ.

ຖ້າວ່າເອົາແຊ່ນ້ຳປະສົມກັບເຄືອເຂົາຮໍ (Tinospora crispa) ແລ້ວ ສາມາດໃຊ້ເປັນຢາປ້ອງກັນພະຍາດຂອງສັດປີກໄດ້.

ຂໍ້ມູນ: ພາເຂົ້າລາວ