
ຮູ້ຈັກ!!! ການກໍາເກີດ ຂົວມິດຕະພາບ ລາວ-ໄທ ແຫ່ງທໍາອິດ
June 21, 2023ຂົວມິດຕະພາບລາວໄທແຫ່ງທຳອິດ ຊຶ່ງຖືເປັນການເປີດສັກກາລາດໃໝ່ໃຫ້ກັບປະເທດເຮົາເລີຍກໍ່ວ່າໄດ້ ເພາະນັ້ນເປັນເສັ້ນທາງເຊື່ອມໂຍງຫາປະເທດເພື່ອນບ້ານຢ່າງປອດໄພ ບໍ່ຕ້ອງນັ່ງເຮືອໃຫ້ສ່ຽງຄືເມື່ອກ່ອນອີກ.
ສຳລັບຂົວມິດຕະພາບລາວ-ໄທແຫ່ງທຳອິດແມ່ນຈຸດເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນ-ໜອງຄາຍ ໄດ້ຮັບການກໍ່ສ້າງຂຶ້ນມາໂດຍການຮ່ວມມືຂອງ 3 ປະເທດເຊັ່ນ: ລາວ-ໄທ ແລະອົດສະຕາລີ ດ້ວຍງົບປະມານການກໍ່ສ້າງທັງໝົດ 30 ລ້ານໂດລາສະຫະລັດ ຊຶ່ງເປັນການຊ່ວຍເຫຼືອຈາກລັດຖະບານອົດສະຕາລີ.
ຂົວມິດຕະພາບລາວ-ໄທແຫ່ງນີ້ໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 8 ເມສາ ປີ 1994 ໂດຍການເປັນກຽດເຂົ້າຮ່ວມພິທີເປີດຂອງພະບາດສົມເດັດພະປະຣະມີນທະຣະມະຫາພູມີພົນອາລຸນຍະເດດ ເຈົ້າຊີວິດແຫ່ງປະເທດໄທ ແລະ ທ່ານ ໜູຮັກ ພູມສະຫວັນ ປະທານປະເທດແຫ່ງ ສປປ ລາວ.
ໂຕຂົວເປັນເບຕົງ ຊ່ວງຂອງຂົວມີຄວາມຍາວລວມ 1.170 ແມັດ ກວ້າງ 15 ແມັດ ໃນນັ້ນມີທາງລົດແລ່ນ 2 ເລນ, ຂອບທາງຍ່າງກວ້າງຂ້າງລະ 1,5 ແມັດ ລະຫວ່າງກາງຂອງຂົວຖຶກອອກແບບໄວ້ສຳລັບທາງລົດໄຟແລ່ນ ແລະຕໍ່ມາກໍ່ໄດ້ເປີດແລ່ນລົດໄຟຜ່ານຂົວແຫ່ງນີ້ໂດຍການທົດລອງຄັ້ງທຳອິດໃນວັນທີ 8 ເມສາ 2008 ຊຶ່ງທຸກມື້ນີ້ກໍ່ຍັງຮັບໃຊ້ທັງລົດໂອໂຕ ແລະລົດໄຟໄປພ້ອມໆກັນ.
ຂົວມິດຕະພາບລາວ-ໄທແຫ່ງທີ1 ນັບວ່າມີຄວາມສຳຄັນເປັນທີ່ສຸດໃນການສະໜັບສະໜູນການພັດທະນາເສດຖະກິດຂອງລາວ ແລະໄທ ຂົວແຫ່ງນີ້ເປັນສິ່ງເອື້ອອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າລະຫວ່າງສອງປະເທດ ແລະຍັງຊ່ວຍຮັດແໜ້ນສາຍພົວພັນລະຫວ່າງປະຊາຊົນສອງຊາດໄດ້ເປັນຢ່າງດີບໍ່ວ່າຈະເປັນໃນທາງການຄ້າຂາຍ, ທ່ອງທ່ຽວ, ປິ່ນປົວພະຍາດອື່ນໆໃນຕະຫຼອດໄລຍະຜ່ານມາ.