
ໂອໂຫ້ 700 ລັງ!!! ເບຍນໍາເຂົ້າຜິດກົດໝາຍ ຖືກເຈົ້າໜ້າທີຍຶດ
June 17, 2023ຈຳປາສັກ ຢືດເບຍເກືອບ 700 ແກັດ ວັນທີ 15 ມິຖຸນາ 2023, ເຈົ້າໜ້າທີ່ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ຢຶດເບຍ ເກືອບ 700 ແກັດ ທີ່ນຳເຂົ້າບໍ່ຖືກຕ້ອງ.
ການເຄື່ອນໄຫວຄັ້ງນີ້ ໄດ້ກວດກາ 3 ຮ້ານ,. ຜ່ານການກວດກາຕົວຈິງ ພົບເຫັນສິນຄ້າ ເຄື່ອງດື່ມ ປະເພດ ເບຍ ຍີ່ຫໍ້ເບຍ ຄາເມວ (CAMEL) 189 ແກັດ, ເບຍຊາໂກຕ້າ (SAGOTA) 209 ແກັດແລະ ເບຍຊາວລາ (SAOLA) 297 ແກັດ ລວມທັງໝົດ 695 ແກັດ ຄິດເປັນມູນຄ່າ 55.965.000 ກີບ ເຊິ່ງພົບຢູ່ 2 ຮ້ານຂອງຄົນຫວຽດນາມ.
ເຈົ້າໜ້າທີ່ໄດ້ກວດກາດ້ານເອກະສານ ເຫັນວ່າ 2 ຮ້ານດັ່ງກ່າວ ບໍ່ມີທະບຽນໃນການດໍາເນີນທຸລະກິດ, ເບຍທີ່ນໍາເຂົ້າມາຈໍາໜ່າຍ ກໍ່ບໍ່ຖືກຕ້ອງ, ບໍ່ເຫັນເອກະສານຢັ້ງຢືນການນໍາເຂົ້າ, ບໍ່ຕິດສະແຕັມເສຍພາສີ ແລະ ບໍ່ມີສະສາກເປັນພາສາລາວ.
ເຈົ້າໜ້າທີ່ ຈິ່ງໄດ້ກັກຢຶດຊົ່ວຄາວ ພ້ອມທັງ ໃຫ້ຜູ້ເປັນເຈົ້າຂອງນໍາເອກະສານທີ່ກ່ຽວຂ້ອງມາຢັ້ງຢືນເອົາສິນຄ້າ ພາຍໃນ 7 ວັນ. ຖ້າກາຍກໍານົດ ແມ່ນສະຫຼະສິດ.
.
ຂ່າວ-ພາບ: ທູນທອງໃຈ