
ເຜີຍຊຸດປະຈໍາຊາດລາວ “ບຸນປະເພນີຜີຕາໂຂນ ໄຊຍະບູລີ” ທີ່ ປໍ້ ຈະສວມໃສ່ເທິງເວທີ Miss International Queen 2023
June 15, 2023ມາແລ້ວ ຊຸດປະຈໍາຊາດລາວ!!! ທີ່ Kanrayany Sisouphanh ຈະສວມໃສ່ເຖທິງເວທີສາກົນ “ບຸນປະເພນີຜີຕາໂຂນ ໄຊຍະບູລີ”
ສ່ອງຕົວແທນປະເທດຄົນນີ້ກັນກ່ອນ ປໍ້ ຕະການ ຫຼື Kanrayany Sisouphanh Miss Queen Laos 2023 ທີ່ຫຼັງຈາກເດີນທາງຮອດປະເທດໄທ ກໍຮ່ວມເກັບຕ ແລະ ເຮັດກິດຈະກໍາ ແລະ ກໍປ່ອຍພາບ ແຕ່ລະລຸກ ໃນແຕ່ລະມື້ອອກມາໃຫ້ຊົມກັນ
ແລະຫຼ້າສຸດ ກໍໄດ້ປ່ອຍພາບຊຸດປະຈໍາຊາດລາວ ທີ່ຈະສວມໃສ່ເທິງເວທີສາກົນອອກມາໃຫ້ໄດ້ຮັບຮູ້ກັນແລ້ວ ເປັນຊຸດນີ້ຊຸດປະຈຳຊາດ ທີ່ໄດ້ແຮງບັນດານໃຈມາຈາກ “ບຸນປະເພນີຜີຕາໂຂນ ໄຊຍະບູລີ”
ອອກແບບໂດຍ ຂັນໄຊ ແຖມພູຄຳ (ລາວ) ຕັດຫຍິບໂດຍ ຫ້ອງເສື້ອປານເທບ
ເຊິ່ງລາຍລະອຽດ ການພີເຊັນຕ່າງໆ ຈະເປັນແບບໃດ ແມ່ນຖ້າຕິດຕາມໄດ້ ໂດຍວັນທີ 21 ຈະເປັນຮອບ ພີລິມ ແລະ ຕັດສິນໃນວັນທີ 24 ມິຖຸນາ 2023 ຖ້າຕິດຕາມຊົມ ແລະ ຕິດຕາມການເຄື່ອນໄຫວຕ່າງໆ ກັບພວກເຮົາໄດ້