ຄວາມຮູ້ສຶກຮັກ ເກີດຂຶ້ນກັບເຮົາໄດ້ທຸກຄົນ ທຸກເວລາ

ຄວາມຮູ້ສຶກຮັກ ເກີດຂຶ້ນກັບເຮົາໄດ້ທຸກຄົນ ທຸກເວລາ

June 27, 2023 Off By FC

ຄວາມຮູ້ສຶກຮັກ ເກີດຂຶ້ນກັບເຮົາໄດ້ທຸກຄົນ ທຸກເວລາ
ແຕ່ມີພຽງສ່ວນໜຶ່ງທີ່ໄດ້ພັດທະນາ ‘ໃຫ້ກາຍເປັນຄວາມສຳພັນ’
ແລະ ໃນຄວາມສຳພັນກະມີພຽງສ່ວນໜຶ່ງເທົ່ານັ້ນ

ທີ່ລົງເອີຍດ້ວຍ ‘ຄວາມສົມຫວັງ’
ແລະ ຄວາມສຳພັນທີ່ສົມຫວັງກະມີພຽງ ‘ສ່ວນໜຶ່ງ’ ທີ່ໄປກັນລອດ ‘ຈົນເຖິງຂັ້ນໄດ້ແຕ່ງງານກັນ’
ແລະ ໃນຈຳນວນທີ່ໄດ້ແຕ່ງງານກັນ

ກະຍັງມີສ່ວນໜຶ່ງທີ່ໜີບໍ່ພົ້ນ ‘ການຢ່າຮ້າງ’
ສຳລັບຄວາມຮັກ ແລະ ການມີຄູ່ແລ້ວ
ເຮົາອາດຈະສາມາດມີມັນໄດ້ທຸກເວລາ

ແຕ່ເຮົາກະສາມາດ ‘ສູນເສຍ’ ມັນໄດ້
ໃນ ‘ທຸກໆຊ່ວງເວລາຂອງຊີວິດ’ ເຊັ່ນກັນ..
ຄວາມຮັກ–ທຸກຄົນສາມາດມີໄດ້

ແຕ່ ‘ຄວາມຮັກດີໆ’
ມັນກະອາດຈະບໍ່ເກີດກັບທຸກໆຄົນໄດ້ດອກ..
#jarnwarng