
ອາຈານໜຸ່ມຫຼໍ່ຂະໜາດນີ້ ແຖມໃຫ້ຮຽນຟຣີ ບອກເລີຍຈະຕັ້ງໃຈຮຽນ! ຊົມເຊີຍທີ່ໃຫ້ເດັກນ້ອຍດ້ອຍໂອກາດໄດ້ຮໍ່າຮຽນ
June 14, 2023ແບບນີ້ສັງຄົມຕ້ອງການ ໜຸ່ມຫຼໍ່ໃຈບຸນຜູ້ໃຊ້ເຟດບຸກ Koung Shrimp ເຊິ່ງເປັນອາຈານ ແລະ ເຈົ້າຂອງໂຮງຮຽນ Sonexay Sonechalern School ເຫັນເຖິງຄວາມສໍາຄັນທາງດ້ານການສຶກສາ ແລະ ໂອກາດໃນການຮໍ່າຮຽນ ເປີດຮັບ ນັກຮຽນຊົນເຜົ່າມົ້ງ ຜູ້ດ້ອຍໂອກາດ ແລະ ເດັກກຳພ້າ ຈາກເຂດພູສູງ ແບບບໍ່ຈ່າຍຄ່າຮຽນຈົນຈົບ ມໍ 7.
Koung Shrimp ຊື່ເຕັມໆແມ່ນ ສຸທາກອນ ສອນວິໄຊ ຫຼື ກຸ້ງ ເປັນອະດີດຊາວໜຸ່ມເດີນທະເລ ປີ2018 ພາຍຫຼັງສໍາເລັດໂຄງການເລີຍມີຄວາມຝັນຢາກກັບບ້ານ ເພື່ອສອນໃຫ້ນັກຮຽນສາມາດນຳໃຊ້ພາສາອັງກິດໄດ້ ແລະ ກໍຊ່ວຍເຫຼືອສັງຄົມແບບນີ້…
ໂດຍ ໜຸ່ມ ກຸ້ງ ບອກວ່າ: ຜ່ານມາໄດ້ສ້າງເດັກນ້ອຍຫຼາຍກວ່າ 300 ປາຍຄົນຈົບຈາກໂຮງຮຽນນີ້ ໂດຍພວກເຂົາເຫຼົ່ານັ້ນກຳລັງໄປຮຽນຕໍ່ປີມະຫາໄລຕ່າງໆພາຍໃນປະເທດ ແລະ ຕ່າງປະເທດ
ແລະ ປັດຈຸບັນມີນ້ອງໆທີ່ມາສະໝັກແລ້ວ 6 ຄົນ ແລະ ໄດ້ມີການສອບຖາມເບື່ອງຕົ້ນກ່ຽວກັບຄອບຄົວນ້ອງໆ ພໍ່ແມ່ເຮັດໄຮ່ຢູ່ເຂດພູສູງ, ປູກສາລີ ເປັນອາຊີບ ຈາກຫມູ່ບ້ານ ຫ້ວຍຊ່ອນ, ຫ້ວຍແປກ, ຄັງຄາວ ຫ່າງຈາກຕົວເອງຊໍາເໜືອ 65 -70Km. ແຕ່ລະມື້ຍ່າງມາຮຽນທີ່ໂຮຽນຮຽນເກົ່າດ້ວຍທາງດິນແດງ 13 Km. ຕື່ນນອນ 4:30 ຈິ່ງທັນໂຮງຮຽນ ຟັງແລ້ວຫນ້າເຫັນໃຈ.
ນີ້ຖືເປັນການ ສະຫຼະທຸ້ມເທເຫື່ອແຮງ ຂໍເປັນເສື້ອຊູຊີບຈາກພາຍໃນໃຈ Lifevest inside ໂດຍບໍ່ໄດ້ຫວັງສິ່ງຕອບແທນໃດໆ ຊ່ວຍເຫຼືອສັງຄົມຊຸດທີ່ 2 ຂອງຂ້າພະເຈົ້າ ລວມທັງໜົດ 12 ຄົນ. ເພື່ອສ້າງຄວາມເຂັ້ມແຂງໃຫ້ພວກເຂົາ, ສອນໃຫ້ຄວາມຮູ້- ສ້າງຄວາມສາມາດທາງດ້ານການສື່ສານພາສາ, ພົວພັນກັບພາກພື້ນ ແລະ ຕ່າງປະເທດ ພ້ອມສ້າງຊຸບຊີວິດ, ພັດທະນານັກຮຽນຜູ້ດ້ອຍໂອກາດ ໃຫ້ມີອານາຄົດທີ່ດີ ແລະ ຫຼຸດພົ້ນອອກຈາກຄອບຄົວທຸກຍາກຢູ່ພາຍໃນແຂວງຫົວພັນໃນອານາຄົດ.
(ທັງໝົດ 12 ຄົນຕອນນີ້ແມ່ນຢູ່ຫໍພັກ ທີ່ຂ້າພະເຈົ້າໃຫ້ການດູແລ ແລະ ເບິ່ງແຍງຢ່າງໃກ້ຊິດ) ທ່ານໃດໃຈດີ ຢາກມອບເຄື່ອງນຸ່ງ ຫຼື ເຂົ້າສານອາຫານແຫ້ງໃຫ້ພວກເຂົາແມ່ນສາມາດມາມອບໃຫ້ພວກເຂົາໂດຍກົງທີ່ ໂຮງຮຽນ ພາສາຕ່າງປະເທດ ສອນໄຊ ສອນຈະເລີນ ບ້ານພັນໄຊ ທີ່ຄຸ້ມໄຟຟ້າເກົ່າ, ເມືອງຊໍາເໜືອ ແຂວງຫົວພັນ.
ຂໍໃຫ້ເລື່ອງລາວດີໆແບບນີ້ແຊໃຫ້ທຸກຄົນໄດ້ຮັບຮູ້ ແລະ ຮ່ວມກັນຊ່ວຍເຫຼືອເດັກນ້ອນ ຜູ້ດ້ອຍໂອກາດ ໃຫ້ໄດ້ມີໂອການສຶກສາຮໍ່າຮຽນ, ເຮັດກິດຈະກໍາຕ່າງໆ ແລະ ອີກຫຼາຍໆຢ່າງເພື່ອເປັນການ ເສີມສ້າງ ພັດທະນາເຂົາເຫຼົ່ານັ້ນ ແລະ ອີກຫຼາຍໆຄົນ ໃຫ້ໄດ້ມີອານາຄົດທີ່ດີ.
ຈາກ: Koung Shrimp
.