ຕ້ອງຮູ້ໄວ້ 21 ມາລະຍາດສາກົນ ເພື່ອຄຸນຄ່າ ແລະ ເປັນຄົນທີ່ໜ້າຄົບ

ຕ້ອງຮູ້ໄວ້ 21 ມາລະຍາດສາກົນ ເພື່ອຄຸນຄ່າ ແລະ ເປັນຄົນທີ່ໜ້າຄົບ

June 14, 2023 Off By FC

ມາລະຍາດສາກົນ ທີ່ຄວນປະພຶດຕົນຂອງຄົນເຮົາໃນສັງຄົມທັງໃນ ແລະ ຕ່າງປະເທດ
1 ຢ່າໂທຫາໃຜເກີນ 2 ເທື່ອຕິດກັນ ຖ້າເຂົາບໍ່ຮັບສາຍ ໃຫ້ຄິດວ່າເຂົາຕິດວຽກງານທີ່ສໍາຄັນຢູ່
2ຢືມເງິນ ຫຼື ສິ່ງຂອງຂອງໃຜຕ້ອງຄືນ ຍິ່ງຄືນກ່ອນເຂົາທວງຍິ່ງດີ ສະແດງໃຫ້ເຫັນວ່າເຈົ້າມີຄວາມຊື່ສັດ ແລະ ເປັນເຄດິດໃຫ້ຕົນເອງ
3 ຖ້າມີໃຜລ້ຽງເຂົ້າ ຢ່າສັ່ງອາຫານທີ່ແພງ

4 ຢ່າຖາມຄໍາຖາມທີ່ໜ້າອຶດອັດ ເຊັ່ນ ອ້າວ ຍັງບໍ່ແຕ່ງດອງຫວາ, ເປັນຫຍັງບໍ່ມີລູກ, ເປັນຫຍັງບໍ່ຊື້ເຮືອນ, ເປັນຫຍັງບໍ່ຊື້ລົດ, ເຮັດຫຍັງຄືຕຸ້ຍແທ້ ເພາະມັນບໍ່ແມ່ນເລື່ອຂອງເຈົ້າ
5 ເປີດປະຕູໃຫ້ຄົນທີ່ຍ່າງຕາມຫຼັງມາດ້ວຍ ບໍ່ຕ້ອງສົນວ່າຈະເປັນ ຍິງຫຼືຊາຍ ຜູ້ເຖົ້າ ຫຼື ເດັກນ້ອຍ ເພາະມາລະຍາດທີ່ດີຕໍ່ການປະຕິບັດຕໍ່ຄົນອື່ນ
6 ຖ້າຂຶ້ນລົດແທັກຊີ້ກັບໃຜ ຄັ້ງນີ້ເຂົາອອກຄ່າລົດ ຄັ້ງຕໍ່ໄປເຈົ້າຕ້ອງເປັນຄົນຈ່າຍ

7 ເຄົາລົບຄວາມເຫັນຕ່າງ ເພາະເຈົ້າອາດເຫັນເປັນເລກ 6 ແຕ່ອີກຄົນເຫັນເປັນເລກ 9 ເພາະຄວາມຄິດເຫັນທີ່ສອງ ອາດເປັນທາງເລືອກທີ່ດີກໍ່ໄດ້
8 ເວລາໃຜເວົ້າ ຢ່າຂັດຈັງຫວະ ປ່ອຍໃຫ້ເຂົາໄດ້ເວົ້າອອກມາ ໜ້າທີ່ເຈົ້າຄືເລືອກຟັງໃນສິ່ງທີ່ຄວນຟັງ
9 ຖ້າຢອກໃຜ ເວົ້່າຫຼິ້ນກັບໃຜ ແລ້ວເຂົາບໍ່ຫຼິ້ນນໍາ ກໍຄວນເລີກສະ ແລ້ວຢ່າເຮັດອີກ

10 ເວລາມີໃຜຊ່ວຍ ຢ່າລືມເວົ້າ “ຂອບໃຈ”
11 ຊື່ນຊົມໃຜຕໍ່ໜ້າໃຜ ແຕ່ຖ້າຈະວິຈານໃຜ ໃຫ້ເວົ້າໂຕຕໍ່ໂຕ
12 ຢ່າເວົ້າເລື່ອງນຊ້າໜັກຂອງໃຜ ພຽງບອກວ່າ ເຂົາດູດີ ຖ້າເຂົາຢາກເວົ້າເລື່ອງນໍ້າໜັກ ເຂົາຈະເວົ້າເອງ
13 ຖ້າໃຜທີ່ເອົາຮູບໃນໂທລະສັບໃຫ້ເບິ່ງ ຢ່າປັດໜ້າຈໍ ເພາະເຮົາບໍ່ຮູ້ວ່າໃນນັ້ນມີຮູບຫຍັງແນ່

14 ຖ່າໝູ່ຮ່ວມງານບອກວ່າ ມື້ນີ້ໝໍນັດ ຢ່າຖາມວ່າເປັນຫຍັງ ພຽງບອກວ່າ ຂໍໃຫ້ສະບາຍດີເດີ້ ຢ່າກົດດັນເຂົາໃຫ້ບອກວ່າເປັນຫຍັງ ເພາະຖ້າເຂົາຢາກບອກເຂົາຈະບອກເອງ
14 ປະຕິບັດກັບແມ່ບ້ານດ້ວຍຄວາມສຸພາບຄືກັບເຮັດໃຫ້ CEO ເພາະບໍ່ມີໃຜຮູ້ສຶກດີ ຖ້າເຫັນເຈົ້າຫຍາບຄາຍ ຫຼື ດູຖູກຄົນອື່ນ ມີແຕ່ຈະຊື່ນຊົມຖ້າເຂົາເຫັນເຈົ້າປະຕິບັດຕໍ່ຄົນອື່ນດ້ວຍຄວາມເຄົາລົບ
16 ຖ້າມີຄົນລົມນໍາເຈົ້າ ຢາເອົາແຕ່ຫຼິ້ນໂທລະສັບ ເພາະມັນຈະເສຍມາລະຍາດ ຈົ່ງໂຟກັດທີ່ຄົນລົມ

17 ຢ່າໄປແນະນໍາຫຍັງໃຜເດັດຂາດ ຖ້າເຂົາບໍ່ໄດ້ຖາມ ຫຼື ໃຫ້ອອກຄໍາຄິດເຫັນ
18 ຖ້າບໍ່ໄດ້ພົບກັນຫຼາຍປີ ມາພຊ້ກັນອີກເທື່ອ ຢ່າຖາມເລື່ອງອາຍຸ, ນໍ້າໜັກ ແລະ ເງິນເດືອນ
19 ຢ່າຫຍຸ້ງເລື່ອງຄົນອື່ນ ຖ້າບໍ່ມີຫຍັງກ່ຽວຂ້ອງກັບເຮົາ

20 ຖອດແວ່ນຕາກັນແແດອອກກາງແຈ້ງເວລາລົມກບຄົນອື່ນ ເປັນການໃຫ້ກຽດ ແລະ ສົບຕາກັນກໍມີຄ່າພໍໆກັບຄໍາເວົ້າ
21 ຢ່າເວົ້າເຖິງຄວາມລວຍຂອງໃຜຕໍ່ໜ້າຄົນທີ່ຂາດແຄນ ແລະ ຢ່າເວົ້າເຖິງລູກໆຂອງເຈົ້າຕໍ່ໜ້າຄົນທີ່ມີລູກບໍ່ໄດ້
Social Rules

https://scontent.fvte2-3.fna.fbcdn.net/v/t39.30808-6/314859003_5493953317339448_3178362925069557557_n.jpg?_nc_cat=107&ccb=1-7&_nc_sid=8bfeb9&_nc_eui2=AeHgUM2ihosXF-lnCrSnRZQg0qVKms9zHTrSpUqaz3MdOmUhjMkve2P83ml3WIfUfNiz8I_q-ODzHCRaMJ2OxVd_&_nc_ohc=aupexwY3FLwAX-ndJeK&_nc_ht=scontent.fvte2-3.fna&oh=00_AfCm895OIKpH5EuJaR6P-jYEPzTMJyt2qGA61tGeYHjh-w&oe=648EF0EE